ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບດິນຟ້າອາກາດ ຈະເດີນທາງມາຢ້ຽມຢາມຫວຽດນາມ ໃນໄວໆນີ້

(VOVWORLD) - ກ່ອນຈະມາຢ້ຽມຢາມ ຫວຽດນາມ, ທ່ານ Kerry ຈະໄປຢ້ຽມຢາມ ເກັຼກ ໃນວັນທີ 28 – 29 ກັນຍາ, ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ລັດຖະບານປະເທດນີ້ກ່ຽວກັບຄວາມມານະພະຍາຍາມຫລຸດຜ່ອນການປ່ອຍອາຍພິດທົ່ວໂລກ.

ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ທ່ານ John Kerry, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ຮັບຜິດຊອບກ່ຽວກັບດິນຟ້າອາກາດ ຈະມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 2 – 6 ກັນຍາ. ທ່ານ John Kerry ຈະພົບປະກັບບັນດາເຈົ້າໜ້າທີ່ລັດຖະບານ ແລະ ການນຳວິສາຫະກິດເພື່ອແນໃສ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນການເຄື່ອນໄຫວຫຼັກແຫຼ່ງໃນການຮັບມືກັບວິກິດການດິນຟ້າອາກາດ ພ້ອມທັງຍູ້ໄວວິວັດການຫັນໄປສູ່ພື້ນຖານເສດຖະກິດພະລັງງານສະອາດ.

        ກ່ອນຈະມາຢ້ຽມຢາມ ຫວຽດນາມ, ທ່ານ Kerry ຈະໄປຢ້ຽມຢາມ ເກັຼກ ໃນວັນທີ 28 – 29 ສິງຫາ, ເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ລັດຖະບານປະເທດນີ້ກ່ຽວກັບຄວາມມານະພະຍາຍາມຫລຸດຜ່ອນການປ່ອຍອາຍພິດທົ່ວໂລກ. ທ່ານ John Kerry ກໍ່ຈະຢ້ຽມຢາມ ບາລີ, ປະເທດ ອິນໂດເນເຊຍ ໃນວັນທີ 30 ສິງຫາ ຫາວັນທີ 1 ກັນຍາ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີ ດິນຟ້າອາກາດ ແລະ ສິ່ງແວດລ້ອມ ຈີ 20.

        ການປະຕິບັດງານຂອງທ່ານ John Kerry ຈະແມ່ນກາລະໂອກາດເພື່ອໃຫ້ ອາເມລິກາ ເຂົ້າຮ່ວມການປຶກສາຫາລືກ່ຽວກັບການຮ່ວມມືດິນຟ້າອາກາດກ່ອນທີ່ຈັດກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ຢູ່ ອີຢິບ ແຕ່ວັນທີ 6 – 18 ພະຈິກຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ