ທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ.

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ນັບແຕ່ ວັນທີ 1 ມີນາ.


ທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ. - ảnh 1ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Kim Jong-Un ປະທານ   ສປປ.ເກົາຫຼີ.

ໃນຕອນບ່າຍວັນທີ 1 ມີນາ, ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ອາດຈະເປັນເຈົ້າພາບໃນພິທີຕ້ອນຮັບທ່ານ Kim Jong-Un ປະທານ ສປປ.ເກົາຫຼີ. ພາຍຫຼັງພິທີຕ້ອນຮັບ, ການນຳທັງສອງປະເທດຈະດຳເນີນການເຈລະຈາ.

ໃນຕອນຄ່ຳວັນດຽວກັນ, ທ່ານ ຫງວຽນຟູຈ້ອງ ຈະເປັນເຈົ້າພາບງານລ້ຽງຕ້ອນຮັບທ່ານ Kim Jong-Un ປະທານ ສປປ.ເກົາຫຼີ ແລະ ຄະນະຜູ້ແທນຂັ້ນສູງ ສປປ.ເກົາຫຼີ ໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຫວຽດນາມ ແລະ ສປປ.ເກົາຫຼີ ມີ ການພົວພັນມາແຕ່ດົນນານ. ປະຊາຊົນທັງສອງປະເທດ ໄດ້ສະໜັບສະໜູນ, ຊ່ວຍເຫຼືອກັນ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ຫວຽດນາມຢັ້ງຢືນວ່າ ຍາມໃດກໍ່ສະໜັບສະໜູນ ສປປ.ເກົາຫຼີ ໃນການພັດທະນາ ເສດຖະກິດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ,ທ່ານ ຫງວຽນຟູຈ້ອງ ຕີລາຄາສູງບັນດາວິຄວາມຄືບໜ້າໃນແຫຼມເກົາຫຼີ ພ້ອມແລ້ວທີ່ຈະປະກອບສ່ວນ ຊຸກຍູ້ວິວັດການເຈລະຈາ, ສ້າງພື້ນຖານສັນຕິພາບທີ່ຍາວນານ, ແກ້ໄຂບັນຫານິວເຄຼີຍໂດຍສັນຕິວິທີໃນແຫຼມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ