ທ່ານ Le Hong Anh ກຳມະການກົມການເມືອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີສິງກະໂປ

ທ່ານ Le Hong Anh ກຳມະການກົມການເມືອງ ຕ້ອນຮັບ ຮອງນາຍົກລັດຖະມົນຕີສິງກະໂປ - ảnh 1
( ທ່ານ Le Hong Anh ກຳມະການ​ກົ​ມການ​ເມືອງ )

(vovworld) -     ຕອນ​ເຊົ້າ​ວັນ​ທີ 28/8, ຢູ່​ສຳ​ນັງານ​ສູນ​ກາງ​ພັກ, ທ່ານ Le Hong Anh ກຳມະການ​ກົ​ມການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລ​ຂາ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Teo Chee Hean ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​​ກະຊວງ​ພາຍ​ໃນ ​ແລະ ລັດຖະມົນຕີປະສານ​ງານປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ສິງກະ​ໂປ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ​ນີ້, ທ່ານ Le Hong Anh ​ໄດ້​ແຈ້ງ​ໃຫ້​ທ່ານ Teo Chee Hean ຂ່າວກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ຂອງຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽ​ດນາມ ກັບ​ບັນດາ​ພັກ​ການ​ເມືອງ​ອື່ນໃນ​ໂລກ​ໂດຍ​ຍໍ້, ​ໃນ​ນັ້ນ​ມີ​ພັກ​​ເຄື່ອນ​ໄຫວ​ປະຊາຊົນ​ສິງກະ​ໂປ; ສະ​ເໜີ​ໃຫ້​ສອງ​ປະ​ເທດ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກວ່າ​ອີກ. ທ່ານ Le Hong Anh ຊົມ​ເຊີຍ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽ​ດນາມ ​ແລະ ກະຊວງ​ພາຍ​ໃນ​ສິງກະ​​ໂປ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​​ເລື່ອງ​ສອງ​ກະຊວງ​​ໄດ້​ລົງ​ນາມ​ຕໍ່​ກຳນົດ​ເວລາ​​ໃຫ້​ຂໍ້ຕົກລົງ​ຮ່ວມ​ມື​​ປ້ອງ​ກັນ, ​ຕ້ານ​ອາດຊະຍາ​ກຳ​ ຈະ​ປະກອບສ່ວນ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງກ້າວ​ເຂົ້າ​ສູ່​ລວງ​ເລີກ ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິ່ງ.

ທ່ານ Teo Chee Hean ​ໄດ້​ຢືນຢັນ​ວ່າ, ຍາມ​ໃດ ສິງກະ​ໂປ ກໍ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຮອບດ້ານ​ກັບ​ຫວຽດນາມ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ເພື່ອ​ເໝາະສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ