ທ່ານ Le Hong Anh ຜູ້ປະຈຳການ ຄະນະເລຂາ ເຮັດວຽກກັບສະຫະ ສະມາຄົມວິທະຍາສາດ ແລະ ເຕັກນິກ

ທ່ານ Le Hong Anh ຜູ້ປະຈຳການ ຄະນະເລຂາ ເຮັດວຽກກັບສະຫະ ສະມາຄົມວິທະຍາສາດ ແລະ ເຕັກນິກ - ảnh 1
ທ່ານ Le Hong Anh ກຳ​ມະ​ການ​ກົມ​ການ​ເມືອງ

( vovworld ) – ວັນ​ທີ 4/4, ທ່ານ Le Hong Anh ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະຫະ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽດນາມ, ນະ​ທີ່​ນີ້, ທ່ານ Le Hong Anh ​ໄດ້​ສະ​ເໜີ​ໃຫ້ ສະຫະ​ສະມາຄົມ​ຕ້ອງ​ປະຕິບັດ 4 ໜ້າ​ທີ່​ຈຸດ​ສຸມ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ຖັນ​ແຖວ​ປັນຍາ​ຊົນ​​ໃຫ້​ສູງ​ສຸດ. ​​ຕາມ​ນັ້ນ​ແລ້ວ, ສະຫະ​ສະມາຄົມຕ້ອງເ​ອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ສຶກສາ​ການ​ເມືອງ, ​ແນວ​ຄິດ, ຊ່ວຍ​ໃຫ້​ປັນຍາ​ຊົນວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຮັບ​ຮູ້​ໄດ້​ໜ້າ​ທີ່​ຂອງ​ຕົນ​ຕໍ່​ປະ​ເທດ​ຊາດຢ່າງຢູ່​ເລິກ​ເຊິ່ງ; ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ຖັນ​ແຖວ​ປັນຍາ​ຊົນ​ກັບ​ພັກ ​ແລະ ລັດ. ພ້ອມ​ກັນ​ນັ້ນ, ​ເຕົ້າ​ໂຮມ​ຖັນ​ແຖວ​ຜູ້​ຊ່ຽວຊານ, ບັນດາ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງຫົວ​ຂະ​ແໜງ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ, ລັດ ​ບັນດາ​ບັນຫາ​ໃຫຍ່ກ່ຽວ​ກັບ​ແນວ​ທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ປະ​ເທດ​ຊາດ. ທ່ານ Le Hong Anh ຊີ້​ແຈງ​ວ່າ ສະຫະ​ສະມາຄົມ​ຄວນ​ສ້າງ​ສະພາບ​ແວດ​ລ້ອມ ​ແລະ ບັນດາ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຖັນ​ແຖວປັນຍາ​ຊົນນຳ​ໜ້າ​ໃນ​ວຽກ​ງານ​ໂຄສະນາບັນດາ​ຈຸດ​ຍອດ​ຢ້ຽມ​ດ້ານ​ພູນ​ປັນຍາ ຂອງ​ມວນ​ມະນຸດ​ໃນ​ປະຊາ​ຄົມ, ປະກອບສ່ວນ​ຍົກ​ສູງລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນຢ່າງ​​ແທດ​ຈິງ; ນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຂົ້າ​ໃນ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່, ​ເຂົ້າ​ຮ່ວມວຽກ​ງານ​ບຳລຸງ​ສ້າງ, ຄົ້ນຄວ້າ​ວິທະຍາສາດ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃໝ່; ສ້າງ​ຂະ​ບວນການ​ແຂ່ງ​ຂັນ​​ປະດິດ​ສ້າງວິທະຍາສາດເຕັກ​ນິກ​ໃຫ້​ນັບ​ມື້​ນັບ​ກວ້າງ​ຂວາງ​ໃນ​ທົ່ວ​ປ​​ະເທດນຳ​ໃຊ້, ​ເຊີດ​ຊູ​ບັນດາ​ປັນຍາ​ຊົນ​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ, ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ພາລະ​ກິດ​ສ້າງສາ​​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ