ທ່ານ Lee Wan koo ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງສ.ເກົາຫຼີ

ທ່ານ Lee Wan koo ກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງສ.ເກົາຫຼີ - ảnh 1
ທ່າ​ນ Lee Wan koo
(ພາບ: EPA)


(vovworld) – ວັນ​ທີ 16/02, ສະພາ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໄດ້​ອະນຸມັດ​ຜ່ານ​ເລື່ອງ​ແຕ່ງ​ຕັ້ງທ່າ​ນ Lee Wan koo ​ເປັນ​ນາຍົກລັດຖະມົນຕີຂອງປະ​ເທດ​ນີ້. ການ​ກະທຳ​ດັ່ງກ່າວ​ດຳ​ເນີນ​ໄປ​ພາຍຫຼັງ​​​ທ່າ​ນນາງ​ປະທານາທິບໍດີ​ Park Geun hye ມານະ​ພະຍາຍາມຊອກ​ຫາ​ຄົນ​ປ່ຽນ​ແທນ​ນາຍົກລັດຖະມົນຕີ Chung Hon won, ຜູ້ທີ່​ຍື່ນ​ໃບຮ້ອງ​ຂໍ້​ລາ​ອອກ​ຈາກ​ຕຳແໜ່ງ​ໃນ​ປີ 2014 ​ເພື່ອ​ຮັບຜິດຊອບ​ໜ້າ​ກ່ຽວ​ກັບ​ເຫດເຮືອ​ບັກ​ຖືກ​ຈົມ​ນ້ຳ​ເມື່ອ​ເດືອນ 04/2014 ​ເຮັດ​ໃຫ້ 300 ຄົນ​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ​​ເປັນເວລາ 8 ​ເດືອນ. ຄາ​ດວ່າ, ທ່ານ Lee Wan koo  ຈະ​ຊີ​ນຳ​ນຳພາ​ພັກ​ໂລກ​ໃໝ່, ພັກ​ກຳ​ອຳນາດ ​ເຊິ່ງປະຈຸ​ບັນພວມ​ກວນ​ເອົາ​ຈຳນວນ​ສະມາ​ຊິກ​ສະພາ​ແຫ​່ງຊາດ​ສ່ວນ​ຫຼາຍ​ຢູ່​ສະພາ​ແຫ່ງ​ຊາດ. ທ່ານ​ Lee Wan koo ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 17/02 ຢ່າງ​ເປັນ​ທາງ​ການ.
ຂ່າວ/ບົດ​ອື່ນ