ທ່ານ Najib Tun Razak ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ​ເປັນ​ນາຍົກລັດ​ຖະມົນຕີມາ​ເລ​ເຊຍ

ທ່ານ Najib Tun Razak ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ​ເປັນ​ນາຍົກລັດ​ຖະມົນຕີມາ​ເລ​ເຊຍ  - ảnh 1
ທ່ານ Najib Tun Razak 
ພາບ:internet

(vovworld)- ຕອນ​ບ່າຍ​ວັນ​ທີ 6/5 ຢູ່​ນະຄອນຫລວງ ກົວ​ລາ​ລຳ​ເປີ, ທ່ານ Najib Tun Razak ສາບານ​ຕົວ​ຮັບ​ຕຳ​ແຫນ່​ງ​ເປັນ​ນາຍົກລັດ​ຖະມົນຕີ ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ ພາຍຫລັງ​ພັນທະ​ມິດ​ແນວ​​ໂຮມ​ປະ​ເທດ​ຊາດ​ (BN) ຂອງ​ທ່ານ​​ຍາດ​ໄດ້ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ວັນ​ທີ 5/5. ທ່ານ Najib Tun Razak ອາຍຸ 59 ປີ, ດຳລົງ​ຕຳ​ແຫນ່​ງ​ເປັນ​ນາຍົກ​​ລັດ​ຖະ​ມົນ​ຕີມາ​ເລ​ເຊຍ​ນັບ​ແຕ່​ປີ 2009 ​​ແລະ ໄດ້ນຳພາ​ BN ຍາດ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 5/5 ຜ່ານ​ມາ ດ້ວຍ​ການ​ຍາດ​ໄດ້ 133 ທີ່​ນັ່ງ​ໃນ​ຍອດ​ຈຳນວນ 222 ທີ່​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ ກວມ 59,91% ບັດ​ສະຫນັບສະຫນູນ.

ຂ່າວ/ບົດ​ອື່ນ