ທ່ານ Ngo Van Du ຕ້ອນຮັບ​ຄະນະ​ຜູ້​ແທນ ​ສູນ​ກາງ​ກຳມະບານ​ລາວ

ທ່ານ Ngo Van Du ຕ້ອນຮັບ​ຄະນະ​ຜູ້​ແທນ ​ສູນ​ກາງ​ກຳມະບານ​ລາວ - ảnh 1

(ພາບ:vietnamplus.vn)​

( vovworld ) – ຕອນ​ບ່າຍວັນ​ທີ 16/7, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ Ngo Van Du, ກຳມະການກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳມະການ​ກວດກາສູນ​ກາງ​ພັກ ​ໄດ້​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນ​ສູນ​ກາງ​ກຳມະບານ​ລາວ ​ໂດຍ​ທ່ານຄຳ​ຫຼ້າ ລໍ​ລອນ​ສີ, ກຳມະການ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານສູນ​ກາງ​ກຳມະບານ​ລາວ ​ເປັນ​ຫົວໜ້າ​ຄະນະ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ Ngo Van Du ​ໄດ້ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຜົນງານ​ອັນ​ໃຫ່ຍຫຼວງ, ສຳຄັນ​ໃນ​ທຸກໆ​ຂົງ​ເຂດ​ຊື່​ງພັກ, ລັດ ​ແລະ ປະຊາຊົນ​ລາວ​ ອ້າຍ​ນ້ອງ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ເຊື່ອໝັ້ນວ່າ, ປະຊາຊົນ​ລາວ ຈະ​ສືບ​ຕໍ່​ຍາດ​ໄດ້​​ບັນດາຜົນງານ​ໃໝ່​ ​ແລະ ​ໃຫ່ຍຫຼວງ​ກ່ວາ​ເກົ່າ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ປະ​ເທດ​ຊາດ ພ້ອມ​ທັງ​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ​ ກໍ່​ຖື​ເປັນ​ສຳຄັນ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບ​ລາວ ຮັກສາ ​ແລະ ​ເພິ່ມພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ-​ລາວ ​ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ໃນ​ໂລກ.

 

 

 

 

 

 

ຂ່າວ/ບົດ​ອື່ນ