ທ່ານ Nguyen Phu Trong ​ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ

ທ່ານ Nguyen Phu Trong ​ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ - ảnh 1

(ພາບ:nguyenphutrong.net)

( vovworld ) – ຕອນ​ເຊົ້າວັນ​ທີ 22/8, ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​​ໄດ້ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ​ໃຫ້​ຂໍ້​ສັງ​ເກດ​ວ່າ: ພາລະກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ເຊື່ອ​ມ​ໂຍງ​ເຂົ້າກັບ​ໂລກ​ພວມ​ວາງ​ອອກ​ບັນດາ​ຄຳ​ຮຽກຮ້ອງ​ນັບ​ມື້​ນັບ​ສູງ​ສຳລັບ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫ່ຍ, ທະນາຄານ​ແຫ່ງ​ລັດ, ຮຽກຮ້ອງ​ໃຫ້​ຕ້ອງ​ກຳ​ແໜ້ນ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ, ຍົກ​ສູງ​ລະດັບ​ການ​ຄຸ້ມ​ຄອງ, ຄວາມ​ສາມາດ​ຂອງ​ພະນັກງານ….ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ແລະ ບັນດາ​ຫົວໜ່ວຍ ຕ້ອງ​ຊາບ​ຊືມຢ່າງ​ເລິກ​ເຊີ່ງ, ຄົບ​ຖ້ວນ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ກ່ຽວຂ້ອງ​ເຖິງບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫ່ຍ, ທະນາຄານ​.

   ທ່ານ​ເລຂາທິການ​ໃຫ່ຍ Nguyen Phu Trong ປາດ​ຖະໜາ​ວ່າອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ຈະ​ມານະ​ພະຍາຍາມ​ກ່ວອີກ​ໃນ​ວຽກ​ງານ​ຊີ້​ນຳ​ນຳພາ, ຮັບປະກັນ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ມອບ​ໝາຍ, ຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ທ່ານ​ເລຂາທິການ​ໃຫ່ຍຮຽກຮ້ອງ​ວ່າອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງຄວນ​ສຸມ​ໃສ່​ປະຕິບັດກອງ​ປະຊຸມ​ໃຫ່ຍຊຸດ​ທີ 4 ຄັ້ງທີ 11 ຂອງ​ພັກກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ ​ແລະ ທ່ານ​ປາດ​ຖະໜາ​ວ່າ, ພະນັກງານ, ສະມາຊິກ​ພັກ​ທັງ​ໝົດ​ໃນກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ຈະ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ​ໃຫ້​ເປັນ​ຢ່າງ​ດີ, ຖື​ວ່າ, ນີ້​ແມ່ນ​ໜ້າ​ທີ່​ຕົ້ນຕໍ, ພ້ອມ​ທັງ​ປ​ະຕິ​ບັດ​ໜ້າ​ທີ່​ຈຸດສຸມ ​ແມ່​ນຍູ້​ແຮງ​ການ​ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ສຳ​ເລັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ລວມຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.

 

ຂ່າວ/ບົດ​ອື່ນ