ທ່ານ Nguyen Sinh Hung ເດີນທາງໄປເຂົ້າຮ່ວມກອງປະຊຸມ ASEP 7 ຢູ່ລາວ

ທ່ານ Nguyen Sinh Hung ເດີນທາງໄປເຂົ້າຮ່ວມກອງປະຊຸມ ASEP 7 ຢູ່ລາວ - ảnh 1

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung

(ພາບ:thitruongotc.com.vn)

(VOV)- ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາງ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ສປປ ລາວ, ປະທານ ASEP 7, ຕອນ​ບ່າຍ​ວັນ​ທີ 2/10,  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ນຳ​ໜ້າ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ເດີນ​ທາງ​ໄປ​ລາວ​ເພື່ອ​ເຂົ້າຮ່ວມກອງ​ປະຊຸມ​ຄູ່​ຮ່ວມ​ມື​ລັດຖະສະພາ​ອາຊີ-​ເອີ​ລົ​ບ ຄັ້ງທີ 7 (ASEP 7) ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງວຽງ​ຈັນ-ລາວ ​ແຕ່​ວັນ​ທີ 3-4/10. ກອງ​ປະຊຸມ ​ASEP 7 ແມ່ນ​ເວທີ​ປາ​ໄສ​ເພື່ອ​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂອງ​ສອງ​ທະວີບອາຊີ-​ເອີ​ລົບ ປຶກສາ​ຫາລື, ​ແລກປ່ຽນ​ທັດສະນະ​ຊຸກຍູ້​ຄວາມ​ເຂົ້າອົກ​ເຂົ້າ​ໃຈລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ອາຊີ ​ແລະ ​ເອີ​ລົບ. ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້, ຄາດ​ວ່າ, ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ ຈະ​ມີ​ບັນດາ​ບົດ​ກ່າວ​ປາ​ໄສ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ​ໜີ້​ສິນ​ຂອງ​ລັດ;  ​​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ​ເພີ່ມ​ທະວີ​ການ​ເຂົ້າຮ່ວມ​ຂອງ​ສັງຄົມ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ​ເພື່ອ​ແນ​ໃສ່​ພ້ອມ​ກັບ​ລັດຖະສະພາ​ສອງ​ທະວີບອາຊີ-​ເອີ​ລົບ ປະຕິບັດ​ບັນດາ​ຄຳໝັ້ນສັນຍາ​ຊື່​ງຫວຽດນາມ ​ໄດ້​ຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ຢ່າງ​ຄົບ​ຖ້ວນ.

ທ່ານ Nguyen Sinh Hung ເດີນທາງໄປເຂົ້າຮ່ວມກອງປະຊຸມ ASEP 7 ຢູ່ລາວ - ảnh 2

(ພາບປະກອບ:hanoimoi.com.vn)

   ​ເມື່ອ​ມາ​ຮອດ​ລາວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ​ແລະ ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ​ຈູມ​ມາລີ ​ໄຊ​ຍະ​ສອນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ຢັ້ງຢືນ​ວ່າ ພັກ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ສືບ​ຕໍ່​ຮ່ວມ​ມື, ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ລາວ ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ເພື່ອ​ສັນຕິພາບ, ການ​ພັດທະນາ ​ແລະ ວັດ​ທະນະ​ຖາວອນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung  ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ອາ​ຊຽນ ​ແລະ ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ​ເປີດ​ກ້ວາງ, ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ຫວຽດນາມ-​ລາວ-​ກຳປູ​ເຈຍ ​ແລະ ບັນດາ​ເວທີ​ປາ​ໄສ​ອື່ນໆ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ສະ​ເໜີ​ໃຫ້​ສອງ​ປະ​ເທດ​ຈົ່ງ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະຫ​ນັບ​ສະ​ໜູນ​ຊື່​ງກັນ ​ແລະ ກັນ​ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

   ​​ແລະ ກໍ່ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 2/10, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ Nguyen Sinh Hung ​ແລະ ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ.

 

 

 

 

 

 

 

ຂ່າວ/ບົດ​ອື່ນ