ທ່ານ Nguyen Sinh Hung ​ໃຫ້ການ​ຕ້ອນຮັບ​ຮອງ​ປະທານ​ປະ​ເທດ​ ສປປ ລາວ

ທ່ານ Nguyen Sinh Hung ​ໃຫ້ການ​ຕ້ອນຮັບ​ຮອງ​ປະທານ​ປະ​ເທດ​ ສປປ ລາວ - ảnh 1

(ພາບປະກອບ:news.vnanet.vn)​

( vovworld ) – ​ວັນ​ທີ 18/7, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ໄດ້ໃຫ້ການ​ຕ້ອນຮັບທ່ານ ບຸນ​ຍັງວໍລະ​ຈິດ ​ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນ​ເລຂາ​ພັກ​ປະຊາຊົນ​ປະຕິວັດ​ລາວ, ຮອງ​ປະທານ​ປະ​ເທດ​ ສປປ ລາວ ຊື່​ງພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​ເນັນໜັກ​ວ່າ: ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ ​ແມ່ນ​ຊັບ​ສົມບັດ​ອັນລ້ຳຄ່າລະຫວ່າງສອງລັດ, ສອງ​ຊາດ; ສອງ​ພັກ, ​ ສອງ​ລັດຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄສະນາ, ສຶກສາ​ອົບຮົມ​ລຸ້ນໜຸ່ມ, ປະຕິບັດ​ການ​ປົກ​ປັກ​ຮັກສາ, ​ເສີມ​ຂະຫຍາຍນ້ຳ​ໃຈ​ມິດຕະພາບ​ແບບ​ພິ​ເສດ​ນີ້​ໃນ​ໄລຍະ​ຕໍ່​ໄປ​ໃຫ້​ເປັນ​ຢ່າງ​ດີ, ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ​ຮອງ​ປະທານ​ປະ​ເທດ ສປປລາວ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ພາກພູມ​ໃຈ ​ທີ່​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ, ຕາງໜ້າ​ໃຫ້​ພັກ, ລັດ​ລາວ​ ເຂົ້າຮ່ວມ​ງານ​ຊຸມນຸມ​ມິດ​ຕິງສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ແລະ 50 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ.​ ທ່ານ​ຮອງ​ປະທານ​ປະ​ເທດ ສປປລາວ ບຸນ​ຍັງ ວໍລະ​ຈິດ ຖື​ວ່າ: ນີ້​ແມ່ນ​ຄວາມ​ເປັນ​ກຽດ, ມີ​ຄວາມ​ໝາຍພິ​ເສດ​ສຳລັບ​ທ່ານ. ທ່ານ​ຮອງ​ປະທານ​ປະ​ເທດ ສປປລາວ ບຸນ​ຍັງ ວໍລະ​ຈິດ ຢືນຢັນ​ວ່າ, ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດຢ່າງ​ຈະ​ແຈ້ງ . ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Nguyen Sinh Hung ​​ໄດ້​ເປັນ​ປະທານ​ງານ​ລ້ຽງ​ທ່ານ​ຮອງ​ປະທານ​ປະ​ເທດ ສປປລາວ ບຸນ​ຍັງ ວໍລະ​ຈິດ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​​​ແຫ່ງ​ລັດລາວ.

 

ຂ່າວ/ບົດ​ອື່ນ