ທ່ານ Nguyen Tan Dung ພົບ​ປະ​ເຈລະຈາກັບ​ທ່ານ​ນາຍົກລັດຖະມົ​ນ ຕີ​ມາ​ເລ​ເຊຍ ​

ທ່ານ Nguyen Tan Dung ພົບ​ປະ​ເຈລະຈາກັບ​ທ່ານ​ນາຍົກລັດຖະມົ​ນ ຕີ​ມາ​ເລ​ເຊຍ ​ - ảnh 1

ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung

ພົບ​ປະ​ເຈລະຈາ​ກັບປະທານາທິບໍດີ​ສ​ເກົາຫຼີ

(ພາບ: nguyentandung.blogspot.com)

(VOV)- ຕອນ​ບ່າຍວັນ​ທີ 19/11, ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 21 ​ແລະ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ​ຊື່​ງຈັດ​ຂຶ້ນ​ຢູ່ພະນົມເປັນ​ ປະ​ເທດ ກຳປູ​ເຈຍ, ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung ​ໄດ້​ມີ​ການພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົ​ນຕີ​ມາ​ເລ​ເຊຍ Najib Tun Abdul Razak. ນາຍົກລັດຖະມົນຕີສອງທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນຈະ​ຕ້ອງ​ຈັດ​ກອງ​ປະຊຸມ​ຄັ້ງທີ 5 ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ, ​ເຕັກນິກ ​ແລະ ວິທະຍາສາດ​ໂດຍ​ໄວ. ສອງ​ຝ່າຍ​ກໍ່​ໄດ້ເຫັນ​ດີ​ເປັນ​ເອກະສັນນຳ​ກັນຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວິວັດ​ການ​ເຈ​​ຈາສັນຍາການ​ພົວພັນ​ຄູ່​ຮ່ວມ​ມື​ເສດຖະກິດຍຸດ​ທະ​ສາດ​ເຂດ​ປາຊີ​ຟິກ (TPP) ຊື່​ງສອງ​ຝ່າຍ​ພວມ​ເຂົ້າຮ່ວມ.

​  ໃນ​ການ​ພົບ​ປະ​ເຈລະຈາ​ກັບປະທານາທິບໍດີ​ສ​ເກົາຫຼີ Lee Myung bak ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung ຢືນຢັນ​ວ່າ ພັກ, ລັດຖະບານ​ຫວຽດນາມ ​ຖື​ເປັນ​ສຳຄັນ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຝ່າຍ​ສ​ເກົາຫຼີ ​ເພີ່ມ​ທະວີ​ສາຍ​ພົວພັນ​ຍຸດ​ທະ​ສາດ​ຫວຽດນາມ-​ສ​ເກົາຫຼີ ກ່ວາ​ອີກ; ທ່ານ​ສະ​ເໜີ​ໃຫ້​ຝ່າຍ​ສ​ເກົາຫຼີ​ ຈົ່ງ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສິນຄ້າ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ກະ​ເສດ​ແຊກ​ຊືມ​​ເຂົ້າຕະຫຼາດ​ສ​ເກົາຫຼີ, ປະກອບສ່ວນ​​ເຮັດ​ໃຫ້​ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດມີ​ຄວາມ​ດຸ່ນ​ດຽງ​ເທື່ອ​ລະ​ກ້າວ….

ຂ່າວ/ບົດ​ອື່ນ