ທ່ານ Nguyen Xuan Phuc ​ຕ້ອນຮັບ​ຄະນະ​ຜູ້​ແທນ​ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ

ທ່ານ Nguyen Xuan Phuc ​ຕ້ອນຮັບ​ຄະນະ​ຜູ້​ແທນ​ ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ - ảnh 1
ແຂວງGia Lai
(ພາບ:khdtgialai.gov.vn)

( vovworld ) – ຕອນ​ບ່າຍ​ວັນ​ທີ 14/5, ທີ່​ສຳນັກງານ​ລັດຖະບານ, ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດຂອງ​ແຂວງ Gia Lai ​ແລະ ​ເມືອງ Nui Thanh ​ແຂວງ Quang Nam, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ລຸງ​ໂຮ່. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນ​ວ່າ, ຍາມ​​ໃດ, ລັດກໍ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ບັນດາ​ຄອບຄົວ​ນອນ​ໃນ​ເປົ້າໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຮຽກຮ້ອງ​ໃຫ້​ສອງ​ທ້ອງ​ຖິ່ນ ຈົ່ງ​ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ, ຕອບ​ບຸນ​ແທນ​ຄຸນຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ພ້ອມ​ທັງ​ສືບ​ຕໍ່​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດທ້ອງ​ຖິ່ນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ຮັບ​ໃຊ້​ໃຫ້​ແກ່​ຄວາມ​ຕ້ອງການ​ຜະລິດ, ການ​ດຳ​ເນີນ​ຊີວິດ​ຂອງ​ປະຊາຊົນ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ຂອງຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ເວົ້າສະ​ເພາະ ກໍ​ຄື​ປະຊາຊົນແຂວງ Gia Lai ​ແລະ Quang Nam ​ເວົ້າ​ລວມ. ທ່ານຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ກໍ່​ປາດ​ຖະໜາ​ວ່າ ບັນດາ​ຜູ້​ແທນທີ່​ຕ່າງ​ໜ້າ​ໃຫ້​ແກ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ Gia Lai ​ແລະ ​ເມືອງ Nui Thanh ​ແຂວງ Quang Nam ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວິລະ​ຊົນ, ຍາມ​ໃດ​ກໍ​​ແມ່ນ​ແບບຢ່າງ​​ເພື່ອໃຫ້​ລູກ​ຫຼານ​ຮ່ຳຮຽນ​ຕາມ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ​​ໃຫ້ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ.

 

 

ຂ່າວ/ບົດ​ອື່ນ