ທ່ານ Nguyen Xuan Phuc ເຂົ້າຮ່ວມພິທີ ເລີ່ມການເຄື່ອນໄຫວລະດູ ແລ້ງອາສາສະໝັກ

ທ່ານ Nguyen Xuan Phuc ເຂົ້າຮ່ວມພິທີ ເລີ່ມການເຄື່ອນໄຫວລະດູ ແລ້ງອາສາສະໝັກ - ảnh 1
(ພາບ:thanhnienviet.vn)

( vovworld ) – ​ເມື່ອ​ເຂົ້າຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່ພິທີເລີ່ມການເຄື່ອນໄຫວ ລະດູແລ້ງອາສາສະໝັກປີ 2012 ດ້ວຍ​ຫົວ​ຂໍ້: “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ ຈັດ​ຂຶ້ນ​ໃນ​ວັນ​ທີ 27/5 ຢູ່​ແຂວງ Ha Tinh, ທ່ານຮອງ ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ໝາກຜົນ​ທີ່​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ ​ແລະ ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ບັນລຸ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ​ເວົ້າວ່າ:

   “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໄວ​ໜຸ່ມ​ທົ່ວ​ປະ​ເທດ​ໄດ້ຫ້າວຫັນ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ, ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ ກາຍ​ເປັນ​ຂະ​ບວນການ​ໄດ້​​ແຜ່ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ​ໃນຊີວິດ​ສັງຄົມ, ​ເຮັດ​ໃຫ້​ຮູບ​ພາບ​ຂອງຊາວ​ໜຸ່ມອາສາ​ສະໝັກ​ກາຍ​ເປັນ​ຮູບພາບ​ທີ່​ສວຍ​ງາມ, ​ເຕັ່ມ​ໄປ​ດ້ວຍ​ລັກສະນະ​ວັດທະ ນະທຳ​ມະນຸດ​ຂອງ​ຊາວ​ໜຸ່ມ​ຫວຽດນາມ ​ໃນ​ຍຸກ​ສະ​ໄໝໃໝ່. ສິ່ງ​ສຳຄັນ​ແມ່ນ, ຜ່ານ​ຂະ​ບວນການ, ​ໄດ້​ດຶງ​ດູດ, ​ເຕົ້າ​ໂຮມ​ສະມາຊິກ​ຊາວ​ໜຸ່ມ​ນັບ​ລ້ານ​ຄົນ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ, ບຸກຄະ​ລິກກະພາບ, ຄວາມ​ຮັບຜິດຊອບ​ຕໍ່​ວົງ​ຄະນາ​ຍາດ ​ແລະ ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ປະຈັນບານ, ກຳລັງ​ຂອງ​ໄວ​ໜຸ່ມ, ກຳລັງ​ປະດິດ​ສ້າງ​ຂອງ​ຊາວ​ໜຸ່ມ ປະກອບ​ສ່ວນ​ເຂົ້າ​ໃນ​ວິວັດ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທ​ດຊາດ

   ​ໃນ​ວັນດຽວ​ກັນ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ມາ​ຢ້ຽມຢາມ ​ແລະ ​ເຮັດ​ຢູ່​ຫວຽດນາມ. ທ່ານ​ເຊື່ອໝັ້ນວ່າ: ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ເວົ້າລວມ ​ແລະ ລະຫວ່າງ​ສອງ​ຄະນະ​ຊາວ​ໜຸ່ມ​ເວົ້າສະ​ເພາະ​ຈະ​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ​ຫຼາຍ​ກ່ວາ​ອີກ​ ​ແລະ ນັບ​ມື້​ນັບ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິ​ງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ