ທ່ານ Truong Tan Sang ​ຝາກ​ຈົດໝາຍ​​ໃນ​ໂອກາດ ​​ວັນ​ມູນ​​ເຊື້ອ​ກຳລັງ​ຕຳຫຼວດ​ປຊຊ

ທ່ານ Truong Tan Sang ​ຝາກ​ຈົດໝາຍ​​ໃນ​ໂອກາດ ​​ວັນ​ມູນ​​ເຊື້ອ​ກຳລັງ​ຕຳຫຼວດ​ປຊຊ - ảnh 1

(ພາບປະກອບ:baothaibinh.com.vn)​

( vovworld ) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ກຳລັງ​ຕຳຫຼວດ​ປະຊາຊົນ (20/7/1962-20/7/2012), ທ່ານ​ປະທານປະ​ເທດ​ຫວຽດນາມ Truong Tan Sang ​ຝາກ​ຈົດໝາຍ​ອວຍພອນມາ​ຍັງ​ພະນັກງານ, ນັກຮົບ​ກຳລັງ​ຕຳຫຼວດ​ປະຊາຊົນ​ຫວຽດນາມ. ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກຳລັງ​ຕຳຫຼວດ​ປະຊາຊົນ​​ໄດ້​ປະກອບສ່ວນ​​ເປັນ​ເສນາ​ທິການ​ໃຫ້​ແກ່​ພັກ, ລັດ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຕໍ່ສູ້​ຕ້ານ​ອາດ​ຊະ​ຍາ​ກຳ​ປະ​ເພດ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ, ຮັກສາ​ຄວາມ​ປອດ​ໄພ​ໃຫ້​ບັນດາ​​ເປົ້າໝາຍສຳຄັນ, ບັນດາ​ເຫດການ​​ໃຫ່ຍຂອງ​ປະ​ເທດ​ຊາດ, ຮັກສາ​ຊີວິດ​ການ​ເປັນ​ຢູ່​ສະຫງົບ​ສຸກ​​ໃຫ້​ແກ່​ປະຊາຊົນ. ​ໃນ​ການ​ຕໍ່​ສູ້​ຕ້ານ​ອາດ​ສະ​ຍາ​ກຳ, ປົກ​ປັກ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ​ພະນັກງານ, ນັກຮົບ​ກຳລັງ​ຕຳຫຼວດ​ປະຊາຊົນຫຼາຍ​ຄົນ​ໄດ້​​ເສຍສະຫຼະ​ຊີວິດ, ຖືກ​ບາດ​ເຈັບ​ຢ່າງ​ອົງອາດກ້າຫານ​ໃນ​ການ​ປະຕິບັດ​ໜ້າ​ທີ່. ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງອົງອາດ, ​ພະນັກງານ, ນັກຮົບ​ກຳລັງ​ຕຳຫຼວດ​ປະຊາຊົນຈົ່ງ​ສືບ​ຕໍ່​ປະຕິບັດ ​“ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ- ຕຳຫຼວດ​ປະຊາຊົນ​ເສຍສະຫຼະ​ເພື່ອ​ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ“ ເປັນ​ຢ່າງ​ດີ; ກໍ່ສ້າງ​ກຳລັງ​ຕຳຫຼວດ​ປະຊາຊົນ​ປອດ​ໃສ​ຂາວ​ສະອາດ, ໝັ້ນຄົງ​ເຂັ້ມ​ແຂງ, ຊຳນານ​ຮົບ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ; ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ສະຕິ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ; ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ພັກ, ລັດ ​ແລະ ປະຊາຊົນ.

 

ຂ່າວ/ບົດ​ອື່ນ