ທ່ານ Truong Tan Sang ຝາກ​ຈົດ​ໝາຍ​ໃນ​ໂອກາດວັນປ້ອງກັນ, ຕ້ານໄພທຳມະຊາດ

ທ່ານ Truong Tan Sang ຝາກ​ຈົດ​ໝາຍ​ໃນ​ໂອກາດວັນປ້ອງກັນ, ຕ້ານໄພທຳມະຊາດ - ảnh 1
ປະທານປະເທດ Truong Tan Sang
(ພາບ:vnexpress.net)

( vovworld ) – ​ທ່ານປະທານ​ປະ​ເທດ ຫວຽດນາມ Truong Tan Sang ຫາ​ກໍ່ຝາກ​ຈົດ​ໝາຍ​ເຖິງ​ປະຊາຊົນ ​ແລະ ນັກຮົບ​ທົ່ວ​ປະ​ເທດ ​ເນື່ອງ​ໃນ​ໂອກາດລະນຶກ 66 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ປ້ອງ​ກັນ, ຕ້ານພະຍຸ, ນ້ຳຖ້ວມ, ຫລຸດຜ່ອນ​ໄພ​ທຳ​ມະ​ຊາດ (22/5/1946-22/5/2012). ​ໃນ​ຈົດໝາຍ, ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ເນັ້ນໜັກ​ວ່າ, ​ເພື່ອ​ເປັນ​ເຈົ້າການ, ປ້ອງ​ກັນ, ຕ້ານ, ຫລຸດຜ່ອນ​ຜົນ​ເສຍ​ຫາຍ​ໂດຍ​ທຳ​ມະ​ຊາດ, ພະຍຸ, ນ້ຳຖ້ວມ​ກໍ່​ຂຶ້ນ​ໃນ​ລະດັບ​ຕ່ຳ​ສຸດ, ບັນດາ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ພ້ອມ​ກັບ​ປະຊາຊົນ, ນັກຮົບ​ທົ່ວ​ປະ​ເທດ ຕ້ອງ​ຍົກ​ສູງ​ສະຕິ​ຄວາມ​ຕື່ນ​ຕົວ, ຄວາມ​ຮັບຜິດຊອບ, ສ້າງ​ແຜນການ, ວິທີ​ການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ຢ່າງ​ເຂັ້ມງວດ, ພ້ອມ​ກັບ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ. ພ້ອມ​ກັນນັ້ນກໍ​ຕ້ອງ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ບໍລິ​ເວນ; ຈັດຕັ້ງການ​ປະສານ​ສົມທົບ​ກັນ​ຢ່າງ​ກົມ​ກ່ຽວ, ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ກຳລັງ, ຮັບ​ມື​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ​ກັບ​ທຸກໆ​ກໍລະນີ​ອາດ​ຈະເກີດ​ໄພ​ທຳ​ມະ​ຊາດ.

 

 

 

ຂ່າວ/ບົດ​ອື່ນ