ທ່ານ ດີງເທຮີນ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ

ທ່ານ ດີງເທຮີນ ເຮັດວຽກຢູ່ ນະຄອນ ໂຮ່ຈິມິນ - ảnh 1
ທ່ານ ​ດີງ​ເທ​ຮີນຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
ພາບ: internet


(vovworld) - ຕອນ​​ເຊົ້າ​ວັນ​ທີ 30/11, ຄະນະ​ກວດກາ​ຂອງ​ກົມ​ການ​ເມືອງ​ໂດຍ​ທ່ານ ​ດີງ​ເທ​ຮີນ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວຫນ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ເປັນ​ຫົວຫນ້າ​ຄະນະ​ໄດ້​​ເຮັດ​ວຽກ​ກັບ​ຄະນະ​ພັກ​ນະຄອນ ​ໂຮ່ຈິ​ມິນ ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ເລ​ກທີ 27 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ​ການ​ກໍ່ສ້າງ​ຖັນ​ແຖວ​ປັນ​ຍາ​ຊົນ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ ດີ​ງເທ​ຮີນ ​ເນັ້ນ​ຫນັກ​ວ່າ:

        “​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ, ຍາມ​ໃດນະ​ຄອນ​ໂຮ່ຈິ​ມິນ ກໍ​ແມ່ນ​ນະຄອນນຳ​ຫນ້າດ້ານ​ເສດຖະກິດ ພ້ອມ​ທັງ​ແມ່ນ​ສູນວັດທະນະທຳ, ການ​ສຶກສາສຳຄັນ​ຕົ້ນຕໍ​ຂອງ ຫວຽດນາມ. ​ເພື່ອ​ສ້າງ​ທີ່​ຕັ້ງ​ນັ້ນ, ການ​ປະກອບສ່ວນ​ຂອງ​ຖັ​ນ​ແຖວ​ປັນຍາ​ຊົນ​ແມ່ນ​ສຳຄັນ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ຢາກ​ໄດ້​ຮັບ​ຟັງ​ການ​ຕີ​ລາຄາກ່ຽວ​ກັບ​ວິວັດທະນາ​ການ​ປະຕິບັດ​ມະຕິ​ເລກທີ 27, ສິ່ງ​ທີ່ບໍ່​ທັນ​ປະຕິບັດ​ໄດ້, ຄວາມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ຄຳ​ສະ​ເຫ​ນີກ່ຽວກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ພັດທະນາ​ຖັນ​ແຖວ​ປັນຍາ​ຊົນ.”

ຂ່າວ/ບົດ​ອື່ນ