ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11

(VOVWORLD) - ຕອນບ່າຍວັນທີ 05 ມັງກອນ, ທີ່ນະຄອນຫລວງ ວຽງຈັນ, ປະເທດລາວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວອັດລົງດ້ວຍຜົນສຳເລັດຢ່າງຈົບງາມ.
ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 - ảnh 1ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 (ພາບ: Vientiane Times)

ກອງປະຊຸມໃຫຍ່ໄດ້ເປັນເອກະພາບຮັບຮອງເອົາ ເອກະສານສຳຄັນສະບັບຕ່າງໆ, ມີຄວາມໝາຍຍຸດທະສາດ, ຍາວນານສຳລັບການພັດທະນາຂອງປະເທດ ສປປ.ລາວ ເຊິ່ງລວມມີ: ບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 10; ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 9 ໄລຍະ 2021 – 2025; ກົດລະບຽບສະບັບປັບປຸງຂອງພັກປະຊາຊົນປະຕິວັດລາວ; ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຊຸດທີ 11 ລວມມີກຳມະການສົມບູນ 71 ສະຫາຍ ແລະ ກຳມະການສຳຮອງ 10 ສະຫາຍ. ທີ່ກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11 ໄດ້ເລືອກຕັ້ງສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຊຸດທີ 11.

        ກ່າວຄຳເຫັນທີ່ວາລະອັດກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່ ຄົນໃໝ່ ທອງລຸນ ສີສຸລິດ ໄດ້ຮຽກຮ້ອງໃຫ້ບັນດາກຳມະການສູນກາງພັກຊຸດທີ 11 ຍົກສູງຄວາມຮັບຜິດຊອບດ້ານການເມືອງ, ເປັນແບບຢ່າງໃນການປະຕິບັດໜ້າທີ່ຄືການເຄື່ອນໄຫວດຳເນີນຊີວິດ, ຝຶກຝົນຫຼໍ່ຫຼອມ, ມີສະຕິຕື່ນຕົວດ້ານການເມືອງ; ພ້ອມກັນປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍ ເຊິ່ງກອງປະຊຸມໃຫຍ່ວາງອອກ ແລະ ຂົນຂວາຍມະຫາຊົນຍູ້ແຮງຂະບວນການຮັກຊາດ ແລະ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ຕໍ່ເນື່ອງຂອງຂະບວນການດັ່ງກ່າວ ເພື່ອສຸມໃສ່ ພາລະກິດພັດທະນາປະເທດຊາດໃຫ້ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ