ທ່ານ ນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

(VOVWORLD) - ວັນທີ 10 ພຶດສະພາ, ທ່ານ ນາງ ດັ້ງທິງັອກທິ້ງ ຮອງປະທານປະເທດຫວຽດນາມ ເດີນທາງຮອດນະຄອນຫຼວງໂຕກຽວ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ ແຕ່ວັນທີ 10-16 ພຶດສະພາ
ທ່ານ ນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ. - ảnh 1 ທ່ານ ນາງ ດັ້ງທິງັອກທິ້ງ ວຽກກັບສະຖານທູດ ຫວຽດນາມ ປະຈຳໂຕກຽວ (ພາບ: vietnam+)

ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ທ່ານ ນາງ ດັ້ງທິງັອກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ເຂົ້າຢ້ຽມຄຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ; ປະທານສະພາສູງຍີ່ປຸ່ນ; ເຂົ້າຮ່ວມ ແລະ ມີບົດກ່າວປາໄສໃນກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຖືກຈັດຂຶ້ນທີ່ນະຄອນຫຼວງໂຕກຽວ; ເຂົ້າຮ່ວມການພົບປະວິສາຫະກິດ ຫວຽດນາມ-ຍີ່ປຸ່ນ.

        ໃນວັນທີ 10 ພຶດສະພາ, ທ່ານ ນາງ ດັ້ງທິງັອກທິ້ງ ຮອງປະທານປະເທດຫວຽດນາມ ໄດ້ເຮັດວຽກກັບສະຖານທູດຫວຽດນາມ ປະຈຳໂຕກຽວ. ແຈ້ງໃຫ້ຊາບກ່ຽວກັບໝາກຜົນການພັດທະນາຢ່າງຂະຫຍັນຂັນແຂງ ຂອງຫວຽດນາມທີ່ບັນລຸໄດ້ໃນໄລຍະຜ່ານມາ, ທ່ານ ນາງ ຮອງປະທານປະເທດ ໃຫ້ຮູ້ວ່າເສດຖະກິດຫວຽດນາມກຳລັງພັດທະນາຢ່າງໝັ້ນຄົງໃນທຸກຂົງເຂດ, ການເມືອງມີສະຖຽນລະພາບ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທຸກໆປະເທດ, ພິເສດແມ່ນບັນດາປະເທດທີ່ມີການພົວພັນເສດຖະກິດກັບຫວຽດນາມ. ຈຳນວນນັກທ່ອງທ່ຽວມາຫວຽດນາມ ໃນປີ 2016 ເປັນຄັ້ງທຳອິດໄດ້ລື່ນກາຍ 10 ລ້ານ ເທື່ອຄົນ, ສະເພາະງວດ I ທີ່ຜ່ານມາ ໄດ້ມີນັກທ່ອງທ່ຽວຕ່າງປະເທດ 3,2 ລ້ານ ເທື່ອຄົນມາຫວຽດ ນາມ, ຜ່ານນັ້ນຢັ້ງຢືນເຖິງການດຶງດູດຂອງຫວຽດ ນາມຕໍ່ກັບເພື່ອນມິດສາກົນ.

ທ່ານ ນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ. - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ