ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດ ໃນອາຍຸການ 2019-2022

(VOVWORLD) -ວັນທີ 9 ຕຸລາ, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ຕອນຮັບບັນດາ ຫົວໜ້າອົງການຜູ້ຕາງໜ້າການທູດ ຂອງຫວຽດນາມ ປະຈຳຢູ່ຕ່າງປະເທດ ໃນອາຍຸການ 2019-2020.
ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດ ໃນອາຍຸການ 2019-2022 - ảnh 1 ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບບັນດາຫົວໜ້າ ອົງການຜູ້ຕາງໜ້າການທູດ ໃນອາຍຸການ 2019-2022

        ກ່າວທີ່ການຕ້ອນຮັບ, ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເນັ້ນໜັກວ່າ: ໃນໄລຍະທີ່ຈະມາເຖິງນີ້, ວຽກງານການຕ່າງປະເທດຂອງສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ໄດ້ຮັບການຍູ້ແຮງ ເພື່ອແນໃສ່ເສີມຂະຫຍາຍທີ່ຕັ້ງ ແລະ ຖານະບົດບາດ ຂອງສະພາແຫ່ງຊາດຫວຽດນາມ ຢູ່ ບັນດາເວທີປາໄສ ລັດຖະສະພາໂລກ ແລະ ພາກພື້ນກວ່າອີກ. ໃນນັ້ນ, ສຸມໃສ່ວຽກງານກະກຽມເປັນຢ່າງດີທີ່ສຸດ ເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ຮັບໜ້າທີ່ການເປັນ ປະທານກອງປະຊຸມລັດຖະສະພາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ອາຍຸການ 2019-2020 (ປະທານ AIPA 41), ຈັດຕັ້ງ ກອງປະຊຸມສະມັດຊາໃຫ່ຍAIPA ຄັ້ງທີ 41ໃຫ້ສຳເລັດ ໃນປີ 2020. ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ ກະຊວງ ການຕ່າງປະເທດຫວຽດນາມ, ບັນດາເອກອັກຄະລັດຖະທູດ ສົມທົບກັນຢ່າງແໜ້ນແຟ້ນກັບກຳມາທິການຕ່າງປະເທດ ແລະ ບັນດາສຳນັກງານ, ອົງການ ຂອງສະພາແຫ່ງຫວຽດນາມຈັດການເຄື່ອນໄຫວທາງການທູດລັດຖະສະພາແບບສອງຝ່າຍ ແລະ ຫຼາຍຝ່າຍໃຫ້ເປັນຢ່າງດີ.

        ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມຢັ້ງຢືນວ່າ: ໃນສະພາບການປັດຈຸບັນ, ຂະແໜງການຕ່າງປະເທດສາມາດບັນລຸໄດ້ ພາລະໜ້າທີ່ສຳຄັນຫຼາຍຢ່າງ, ດັ່ງນັ້ນ, ບັນດາ ຫົວໜ້າອົງການຜູ້ຕາງໜ້າ ຄວນເປັນເຈົ້າການ ປະຕິບັດວຽກງານກຳແໜ້ນສະພາບການ, ຄົ້ນຄວ້າ, ຕີລາຄາໃຫ້ເປັນຢ່າງດີ ເພື່ອເປັນເສນາທິການໃຫ້ແກ່ ພັກ ແລະ ລັດ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງໄດ້ຢ່າງທັນການ; ເອົາໃຈໃສ່ຍົກສູງ ຄຸນນະພາບທາງການທູດເພື່ອຮັບໃຊ້ ເສດຖະກິດ, ຊອກຫາ, ເຊື່ອມຕໍ່, ແນະນຳ ກາລະໂອກາດແຫ່ງການພັດທະນາ, ແຫຼ່ງການລົງທຶນຕ່າງປະເທດ ໃຫ້ແກ່ປະເທດຊາດ, ເປັນຕົ້ນແມ່ນ ຢູ່ບັນດາເຂດທ້ອງຖິ່ນທີ່ຍັງມີຄວາມຫຍຸ້ງຍາກ. ຄ່ຽງຄູ່ກັນນັ້ນ, ຄວນເອົາໃຈໃສ່ວຽກງານ ການທູດວັດທະນະທຳ, ໂຄສະນາເຜີຍແຜ່ ພາບພົດຂອງປະເທດຊາດ, ຊາວຫວຽດນາມ ຢູ່ປະເທດ ປະຈຳຖິ່ນ.

        ກ່ຽວກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ເນັ້ນໜັກວ່າ ການສ້າງປະຊາຄົມຊາວຫວຽດນາມໃຫ້ເຂັ້ມແຂງ ຢູ່ ຕ່າງເທດນັ້ນ ແມ່ນການປະກອບສ່ວນສ້າງສາ, ຮັກສາ ແລະ ພັດທະນາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ