ທ່ານ ປະທານາທິບໍດີ ຝລັ່ງ ເປັນປະທານກອງປະຊຸມຄວາມໝັ້ນຄົງ ກ່ຽວກັບ ຊີຣີ ແລະ ອີຣັກ

ທ່ານ ປະທານາທິບໍດີ ຝລັ່ງ ເປັນປະທານກອງປະຊຸມຄວາມໝັ້ນຄົງ ກ່ຽວກັບ ຊີຣີ ແລະ ອີຣັກ - ảnh 1
ທ່ານ Francois Hollande

(vovworld) - ວັນ​ທີ 19/10, ທ່ານ Francois Hollande ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ໄດ້ ເປັນ​ປະ​ທານກອງປະ​ຊຸມສະ​ພາ​ການ​ປ້ອງ​ກັນ​ຊາດ ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບຄຳ​ສັ່ງ​ຢຸດ​ຍິງ ຢູ່​ນະ​ຄອນ Aleppo, ພາກ​ເໜືອ ຊີ​ຣີ, ກໍ່​ຄືບັ້ນ​ຮົບທະ​ຫານ ເພື່ອ​ແນ​ໃສ່ຍາດ​ເອົາ​ສິດ​ຄວບ​ຄຸມ Mosul ຢູ່ ​ອີ​ຣັກ. ກອງປະ​ຊຸມ​ດັ່ງ​ດ່າວ​ໃດ້ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ​ສະ​ຖາ​ນະ​ການ ຢູ່ ຊີ​ຣີ, ໃນ​ນັ້ນຕົ້ນ​ຕໍ​ແມ່ນປຶກ​ສາ​ຫາ​ລື​ ກ່ຽວ​ກັບ​ສະ​ຖາ​ນະ​ການ ຢູ່​ນະ​ຄອນ Aleppo, ຢືນ​ຢັນ​ວ່າ ຂໍ້​ຕົກ​ລົງຢຸດ​ຍິງ ຢູ່ Aleppo ຄວນ​ໄດ້​ຮັບ​ການປະ​ຕິ​ບັດ ເພື່ອ ຮັກ​ສາຄຳ​ສັ່ງ​ຢຸດ​ຍິງອັນຍາວ​ນານ ແລະ ຢຸດ​ຕິດ​ການ​ປະ​ທະ​ກັນ. ກອງປະ​ຊຸມກໍ່​ໃສ່​ໃຈ​ວ່າ ທ້າ​ທາຍໃຫຍ່​​​ໃນ​ປະ​ຈຸ​ບັນ​ແມ່ນ​ການ​ສຳ​ຜັດ​ກັບ ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ຂອງ​ປະ​ຊາ​ຊົນ.


ຂ່າວ/ບົດ​ອື່ນ