ທ່ານ ພົນເອກ ໂງຊວນລິກ ຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ

(VOVWORLD) -ໂດຍຮັບຄຳເຊີນ ຂອງ ທ່ານ James Mattis ລັດຖະມົນຕີກະຊວງປ້ອງກັນຊາດ ປະເທດສະຫະລັດ ອາເມລິກາ, ທ່ານ ພົນເອກ ໂງຊວນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຈະໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການໃນລະຫວ່າງວັນທີ 7 ເຖິງວັນທີ 10/8/2017.

ທ່ານ ພົນເອກ ໂງຊວນລິກ ຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ - ảnh 1 ທ່ານ ພົນເອກ ໂງຊວນລິກ

(ພາບປະກອບ: qdnd.vn)

ການຢ້ຽມຢາມຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ, ກໍ່ຄືຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໃນຂົງເຂດປ້ອງກັນຊາດເຊິ່ງການນຳຂັ້ນສູງສອງປະເທດເຫັນດີເປັນເອກະສັນນຳກັນ, ເພື່ອແນໃສ່ນຳການພົວພັນປ້ອງກັນຊາດສອງຝ່າຍໃຫ້ເໝາະສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ