ທ່ານ ຫງວຽນ​ຊວັນ​ຟຸກ ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) -ທີ່ການຕ້ອນຮັບ, ທ່ານ Konstantin Vasilievich Vnukov ເອກອັກຄະລັດຖະທູດຢັ້ງຢືນວ່າ ລັດເຊຍຖືການພົວພັນຄູ່ຮ່ວມມືກັບ ຫວຽດນາມ ແມ່ນນະໂຍບາຍການທູດບຸລິມະສິດ ແລະ ສະແດງການຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດ ຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ.
ທ່ານ ຫງວຽນ​ຊວັນ​ຟຸກ ປະ​ທານ​ປະ​ເທດ ຫວຽດ​ນາມ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສະຫະພັນ ລັດເຊຍ (ພາບ: TTXVN)

ຕອນບ່າຍວັນທີ 15 ເມສາ, ຢູ່ທຳນຽບປະທານປະເທດ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Konstantin Vasilievich Vnukov ເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມຂ່ຳນັບ ແລະ ສົ່ງຈົດໝາຍອວຍພອນຂອງ ທ່ານ Putin ປະທານາທິບໍດີລັດເຊຍ ເນື່ອງໃນໂອກາດທ່ານ ຫງວຽນຊວັນຟຸກ ໄດ້ຮັບການເລືອກຕັ້ງເປັນປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ ເອກອັກຄະລັດຖະທູດຢັ້ງຢືນວ່າ ລັດເຊຍຖືການພົວພັນຄູ່ຮ່ວມມືກັບ ຫວຽດນາມ ແມ່ນນະໂຍບາຍການທູດບຸລິມະສິດ ແລະ ສະແດງການຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດ ຕໍ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ. ທ່ານກ່ໍອວຍພອນ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໄດ້ໂລກລະບາດໂຄວິດ - 19 ເພື່ອປົກປ້ອງສຸຂະພາບຂອງປະຊາຊົນຢ່າງມີປະສິດທິຜົນ, ທ່ານໃຫ້ຮູ້ວ່າ: ລັດເຊຍ ໄດ້ຜະລິດສຳເລັດວັກຊິນກັນໂຄວິດ - 19 ແລະ ພ້ອມແລ້ວທີ່ຈະສະໜອງວັກຊິນຈຳນວນຫຼາຍໃຫ້ແກ່ ຫວຽດນາມ.

ທ່ານ ຫງວຽນຊວັນຟຸກ ປະທານປະເທດ ໄດ້ຊີ້ແຈ້ງວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນຮ່ວມມືຢ່າງເລິກເຊິ່ງ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ລັດເຊຍ, ຍາມໃດກໍ່ມີຄວາມເຊື່ອໝັ້ນຕໍ່ການພົວພັນນີ້. ຫວຽດນາມ ມີຄວາມປາດຖະໜາຢາກໃຫ້ສອງປະເທດສືບຕໍ່ມີລາຍການເຄື່ອນໄຫວເພີ່ມພູນຄູນສ້າງການພົວພັນນີ້ ໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ. ທ່ານປະທານປະເທດ ສະເໜີໃຫ້ ສອງຝ່າຍສືບຕໍ່ໜູນຊ່ວຍວິສາຫະກິດ ແລະ ນັກລົງທຶນສອງປະເທດໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ