ທ່ານ ຫງວຽນຊວັນຟຸກ ໄດ້ຮັບການສະເໜີຮັບດຳລົງຕຳແໜ່ງເປັນປະທານປະເທດ

(VOVWORLD) - ຕອນບ່າຍວັນທີ 02 ເມສາ, ພາຍຫລັງສະພາແຫ່ງຊາດພົ້ນຕຳແໜ່ງປະທານປະເທດສຳລັບທ່ານ ຫງວຽນຝູຈ້ອງ, ຄະນະປະຈຳສະພາແຫ່ງຊາດໄດ້ຍື່ນບັນຊີລາຍຊື່ສະເໜີ ເພື່ອເລືອກຕັ້ງປະທານປະເທດ.
ທ່ານ ຫງວຽນຊວັນຟຸກ ໄດ້ຮັບການສະເໜີຮັບດຳລົງຕຳແໜ່ງເປັນປະທານປະເທດ - ảnh 1ທ່ານ ຫງວຽນຊວັນຟຸກ. ພາບ: vnexpress.net

ທ່ານ ຫງວຽນຊວັນຟຸກ ໄດ້ຮັບການສະເໜີຮັບດຳລົງຕຳແໜ່ງເປັນປະທານປະເທດ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຄະນະກ່ຽວກັບບັນຊີລາຍຊື່ສະເໜີດັ່ງກ່າວ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 02 ເມສາ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIV ໄດ້ຮັບຮອງເອົາມະຕິພົ້ນຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານ ຫງວຽນຊວັນຟຸກ ຢ່າງເປັນທາງການ.

        ຕາມລາຍການເຮັດວຽກ, ຕອນເຊົ້າວັນທີ 05 ເມສາ, ສະພາແຫ່ງຊາດຈະເລືອກຕັ້ງປະທານປະເທດຄົນໃໝ່ ດ້ວຍຮູບການປ່ອນບັດລັບ.

        ທ່ານ ຫງວຽນຊວັນຟຸກ ເກີດວັນທີ 20 ເດືອນ 7 ປີ 1954 ຢູ່ຕາແສງ ກຸ໊ຍຝູ, ເມືອງ ກຸ໊ຍເຊີນ, ແຂວງ ກ໊ວາງນາມ. ທ່ານ ຫງວຽນຊວັນຟຸກ ເປັນກຳມະການກົມການເມືອງຊຸດທີ XI, XII, XIII; ກຳມະການສູນກາງພັກ: ຊຸດທີ X, XI, XII, XIII; ສະມາຊິກສະພາແຫ່ງຊາດຊຸດທີ XI, XIII, XIV.

ຕອບກັບ

ຂ່າວ/ບົດ​ອື່ນ