ທ່ານ ຫງວຽນຊວນຟຸກໄດ້ຮັບສະເໜີເລືອກຕັ້ງເປັນນາຍົກລັດຖະມົນຕີອາຍຸ ການ 2016-2021

ທ່ານ ຫງວຽນຊວນຟຸກໄດ້ຮັບສະເໜີເລືອກຕັ້ງເປັນນາຍົກລັດຖະມົນຕີອາຍຸ ການ 2016-2021 - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ

(vovworld) - ຕອນ​ເຊົ້າ​ວັນ​ທີ 26/7, ຢູ່​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ້າຍ​ກວາງ ​ໄດ້​ແນະນຳ​ໃບສະ​ເໜີ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ບຸກຄະລາ​ກອນ ນາຍົກລັດ ຖະມົນຕີ ອາຍຸການ 2016-2021.​ໃບ​ສະ​ເໜີ​ຂອງ​ທ່ານ​ ປະທານ​ປະ​ເທດ​ໄດ້​ສະ​ເໜີ​ທ່ານ ຫງວຽນ​ຊວນ​ຟຸກ, ນາຍົກລັດຖະມົນຕີ ອາຍຸການ 2011-2015 ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື ​ແລະ ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີອາຍຸການ 2016-2021.

        ກ່ອນ​ໜ້າ​ນັ້ນ, ​ໃນ​ວາລະ​ເຮັດ​ວຽກ​ຕອນ​ເຊົ້າ​ວັນ​ທີ 26/7, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຜົນ​ແຫ່ງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ລັດຖະບານ ​ແລະ ນາຍົກລັດຖະມົນຕີອາຍຸການ 2011-2016. ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ ລັດຖະບານ ​ອາຍຸ​ການ 2016-2021 ​ປະກອບມີ 18 ກະຊວງ ​ແລະ 4 ອົງການ​ທຽບ​ເທົ່າ​ກະຊວງ. ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ບາງ​ທ່ານ​ສະ​ເໜີ​ສ້າງ​ຕັ້ງ​ກະຊວງ​ຄອບຄົວ, ​ແມ່ຍິງ ​ແລະ ​ເດັກນ້ອຍ ຫຼື ກະຊວງ​ຊາວ​ໜຸ່ມ ​ແລະ ​ເດັກນ້ອຍ… ຮັບ​ເອົາ​ຄວາມ​ເຫັນ​ຂອງ​ບັນດາ  ສສຊ ​ແລະ ອະພິປາຍ​ຕໍ່​ສະພາ​ແຫ່ງ​ຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ​ໃຫ້​ຮູ້​ວ່າ:

        “​ໂຄງ​ປະກອບ​ຂອງ​ລັດຖະບານ​ແມ່ນ​ຕາມ​ຮູບ​ແບບ​ກະຊວງ​ຄຸ້ມ​ຄອງ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ, ​ເຊິ່ງ​ໄດ້​ຮັບ​ກາ​ນຮັກສາ​ໄວ້​ແຕ່​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 12 ມາ​ຮອດ​ປະຈຸ​ບັນ, ​ເໝາະ​ສົມ​ກັບ​ທ່າ​ອ່ຽງລວມຂອງ​ໂລກ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ປະກອບສ່ວນ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ​ເຮັດ​ໃຫ້​ກົງຈັກ​ຂອງອົງການ​ແຫ່ງ​ລັດມີ​ຄວາມ​ກະທັດ​ລັດ. ລັດຖະບານ​ສະ​ເໜີ​ຮັກສາ​ຊື່​ເອີ້ນ​ຂອງ​ກະຊວງ​ຕ່າງໆ​ໄວ້​ຄື​ໃນ​ປະຈຸ​ບັນ. ລັດຖະບານ​ກໍ່​ຈະ​ປະກາດ​ໃຊ້​ກົດ​ລະບຽບ​ການ​ເຮັດ​ວຽກ​ຂອງ​ລັດຖະບານ, ຮ່າງດຳລັດ, ດຳລັດ​ກຳນົດ​ກ່ຽວ​ກັບ​ບົດບາດ​, ໜ້າ​ທີ່​ຂອງ​ແຕ່​ລະ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ, ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ທີ່​ເປັນ​ຫົວໜ້າ…“.

ລັດຖະບານ​ໄດ້​ລົງມະຕິ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ລັດຖະບານ​ດ້ວຍ ຈຳນວນ​ບັດ​ສະໜັບສະໜູນ​ແມ່ນ 462/469 ບັດ.ທ່ານ ຫງວຽນ​ຄັກ​ດິ້ງ, ປະທານ​ກຳມາ​ທິການ​ກົດໝາຍຂອງ​ສະພາ​ແຫ່ງ​ຊາດ ​ໄດ້​​ແນະນຳ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ໂຄງການ​ສ້າງ​ກົດໝາຍ, ລັດຖະບັນ​ຍັດ​ປີ 2016.

 

 

ຂ່າວ/ບົດ​ອື່ນ