ທ່ານ​ ຫວູ​ຄວານ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ

(VOVWORLD) -  ທ່ານ ຫວູຄວານ ພ້ອມກັບການນຳຫວຽດນາມ ຫຼາຍທ່ານໄດ້ປະຕິບັດບັນດາການເຄື່ອນໄຫວເສດຖະກິດການຕ່າງປະເທດມຸ່ງໄປເຖິງເປົ້າໝາຍຫັນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ.
ທ່ານ​ ຫວູ​ຄວານ ອະ​ດີດ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ - ảnh 1ນສາດສະດາຈານ Thomas J. Vallely ຜູ້ອຳນວຍການໂຄງການ ຫວຽດນາມ, ມະຫາວິທະຍາໄລ Harvard Kennedy ອາເມລິກາ (ພາບ: TTXVN)

ທ່ານອະດີດນາຍົກລັດຖະມົນຕີ ຫວູຄວານແມ່ນນັກປັນຍາຊົນສຳຄັນຂອງມະຫາຊົນ, ແມ່ນນັກການເມືອງ, ນັກການທູດ ແລະ ນັກເສດຖະກິດີເດັ່ນຂອງ ຫວຽດນາມ ໄດ້ມີການປະກອບຫຼາຍຢ່າງເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ, ເປັນຕົ້ນແມ່ນໃນວິວັດການເປີດປະຕູ, ນຳຫວຽດນາມເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ. ນັ້ນແມ່ນຂໍ້ສັງເກດຂອງທ່ານສາດສະດາຈານ Thomas J. Vallely ຜູ້ອຳນວຍການໂຄງການ ຫວຽດນາມ, ມະຫາວິທະຍາໄລ Harvard Kennedy ອາເມລິກາ

ຕາມທ່ານສາດສະດາຈານ Thomas J. Vallely ແລ້ວ, ໃນໄລຍະເວລາແຕ່ປີ 1990 ຫາຕົ້ນ 2000, ທ່ານ ຫວູຄວານ ພ້ອມກັບການນຳຫວຽດນາມ ຫຼາຍທ່ານໄດ້ປະຕິບັດບັນດາການເຄື່ອນໄຫວເສດຖະກິດການຕ່າງປະເທດມຸ່ງໄປເຖິງເປົ້າໝາຍຫັນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ.

ໃນຈຸດເວລານັ້ນ, ທ່ານສາດສະດາຈານ Thomas J. Vallely ໄດ້ເຮັດວຽກຢູ່ສະຖາບັນພັດທະນາສາກົນຂອງມະຫາວິທະຍາໄລ Harvard Kennedy, ອາເມລິກາ, ພ້ອມທັງໄດ້ເຂົ້າຮ່ວມການປຶກສາຫາລືບໍ່ເປັນທາງການກັບພັກ, ລັດຖະບານ ຫວຽດນາມ ກ່ຽວກັບວິວັດການປ່ຽນແປງໃໝ່ຂອງປະເທດຊາດ. ໃນຂະນະນັ້ນ, ທ່ານ ຫວູຄວານ ແມ່ນປັນຍາຊົນທີ່ມີຄວາມຂະຫຍັນຂັນເຄື່ອນ, ເປັນຕົ້ນແມ່ນໃນຂົງເຂດການຄ້າ ແລະ ການອາລັກຂາ ສິດຜູກຂາດ ໃນຂະແໜງກະສິກຳ, ມີຫຼາຍແນວຄວາມຄິດກ່ຽວກັບແນວທາງປ່ຽນແປງໃໝ່ເຊິ່ງຫວຽດນາມຈະມຸ່ງໄປເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ