ທ່ານ ຫວໍວັນເຖືອງ ລົງເຮັດວຽກຢູ່ແຂວງ ລອງອານ

(VOVWORLD) - ທ່ານ ຫວໍວັນເຖືອງ, ສະເໜີໃຫ້ອົງຄະນະພັກ, ຄະນະພັກ, ອຳນາດການປົກຄອງ ທຸກຂັ້ນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມພາຍໃນແຂວງ...
ທ່ານ ຫວໍວັນເຖືອງ ລົງເຮັດວຽກຢູ່ແຂວງ ລອງອານ - ảnh 1ທ່ານ ຫວໍວັນເຖືອງ ກ່າວຄຳເຫັນທີ່ການເຮັດວຽກ 

ວັນທີ 29 ກໍລະກົດ, ຢູ່ແຂວງ ລອງອານ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງເຮັດວຽກກັບຄະນະປະຈຳພັກແຂວງ ລອງອານ ກ່ຽວກັບສະພາບການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງລອງອານ ອາຍຸການ 2020 – 2025.

        ສະຫລຸບທີ່ການເຮັດວຽກ, ທ່ານ ຫວໍວັນເຖືອງ, ສະເໜີໃຫ້ອົງຄະນະພັກ, ຄະນະພັກ, ອຳນາດການປົກຄອງ ທຸກຂັ້ນ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມພາຍໃນແຂວງ ສືບຕໍ່ສຸມໃສ່ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ບັນດາມະຕິ, ບົດສະຫລຸບ, ຄຳສັ່ງຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາສູນກາງພັກຕິດພັນກັບການປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI ແລະ ມະຕິກອງປະຊຸມໃຫຍ່ພັກທຸກຂັ້ນຢູ່ແຕ່ລະທ້ອງຖິ່ນ, ກົມກອງຢ່າງເດັດດ່ຽວ, ຂ້ຽວຂາດ ແລະ ມີປະສິດທິຜົນກ່ວາເກົ່າ. ທ່ານ ຫວໍວັນເຖືອງ ກ່າວເຕືອນວ່າ: ແຂວງລອງອານ ຄວນຍົກສູງຄຸນນະພາບ, ໂຄງການກໍ່ສ້າງຊົນນະບົດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ