ທ່ານ ຮອງ ນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລັດຖະບານ ຫວຽດນາມ ສ່າງຄວາມສະດວກເພື່ອ ວິສາຫະກິດຕ່າງປະເທດ ເຄື່ອນໄຫວຍາວນານຢູ່ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 17 ທັນວາຢູ່ ສຳນັກງານນາຍົກລັດຖະມົນຕີ ທີຮ່າໂນ້ຍ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບ ທ່ານ Chris Helzer ປະທານກຸ່ມບໍລິສັດ NIKE . 
ທ່ານ ຮອງ ນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລັດຖະບານ ຫວຽດນາມ ສ່າງຄວາມສະດວກເພື່ອ ວິສາຫະກິດຕ່າງປະເທດ ເຄື່ອນໄຫວຍາວນານຢູ່ ຫວຽດນາມ - ảnh 1 ທ່ານ ຮອງ ນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ລັດຖະບານ ຫວຽດນາມ ຕ້ອນຮັບ ທ່ານ Chris Helzer ປະທານກຸ່ມບໍລິສັດ NIKE (ພາບ:TTXVN) 

ນະທີ່ນີ້, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຢັ້ງຢືນວ່າລັດຖະບານ ຫວຽດນາມ ຍາມໃດກໍ່ຍູ້ແຮງການປະຕິຮູບການບໍລິຫານ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ້ງແຍ້ງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດພັດທະນາ, ໃນນັ້ນມີບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນ ອາເມລິກາ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຫວັງວ່າໃນໄລຍະຈະມາເຖິງ, NIKE

ຈະເປີດກວ້າງສາລະບານວັດຖຸດິບທີ່ນຳໃຊ້ຢູ່ ຫວຽດນາມ, ເພີ່ມອັດຕາສ່ວນການຜະລິດຢູ່ພາຍໃນ, ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດເພື່ອເຂົ້າຮ່ວມລະບົບສະໜອງຂອງ NIKE. ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເນັ້ນໜັກວ່າລັດຖະບານຍາມໃດກໍ່ພ້ອມແລ້ວທີ່ຈະແກ້ໄຂບັນດາຂໍ້ຄົງຄ້າງ, ສ້າງເງື່ອນໄຂສະດວກເພື່ອໃຫ້ NIKEເຄື່ອນໄຫວຍາວນານ, ໝັ້ນຄົງຢູ່ ຫວຽດນາມ.

ເມື່ອຕ້ອນຮັບ ທ່ານ Timothy F. Geithner ປະທານກອງທຶນການລົງທຶນ Warburg Pincus ທົ່ວໂລກ , ອະດີດລັດຖະມົນຕີກະຊວງການເງິນ ອາເມລິກາ ໄລຍະ (2009-2013), ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ປາຖະໜາຢາກໃຫ້ກອງທຶນສືບຕໍ່ການລົງທຶນ ແລະ ເປີດກ້ວາງບັນດາຂົງເຂດເຊິ່ງລັດຖະບານ ຫວຽດນາມ ສົ່ງເສີມຄືພື້ນຖານໂຄງລ່າງ, ເຕັກໂນໂລຢີສູງ, ຜະລິດວັດສະດຸໃໝ່, ການຜະລິດພະລັງງານຄືນໃໝ່, ອຸດສະຫະກຳໜູນຊ່ວຍ, ເຕັກໂນໂລຢີຂໍ້ມູນຂ່າວສານ… ທ່ານ ຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາເປີດປະຕູສຳລັບນັກລົງທຶນຕ່າງປະເທດເປັນຕົ້ນແມ່ນໃນຂົງເຂດການບໍລິການຖືກຕາມຂັ້ນຕອນໃນສັນຍາການຄ້າເສລີຫຼາຍຝ່າຍ ແລະ ສອງຝ່າຍໄດ້ສະບັບຕ່າງໆທີ່ໄດ້ເຊັນກັນ.

ຕອບກັບ

ຂ່າວ/ບົດ​ອື່ນ