ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນ​ປະ​ທານ​ຄະ​ນະຊີ້ນຳກອງ​ປະ​ຊ​ຸມລະ​ຫວ່າງ​ຂະ​ແໜ່ງກ່ຽວກັບຄວາມປອດໄພທາງດ້ານສະບຽງອາຫານ

(VOVWORLD) -ຕອນເຊົ້າຂອງວັນທີ 27 ມິຖຸນາ,ໃນການເປັນປະທານກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜ່ງຂັ້ນສູນກາງກ່ຽວກັບ ຄວາມປອດໄພດ້ານສະບຽງອາຫານ, ຕີລາຄາການປະຕິບັດວຽກງານ ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ໃນ 6 ເດືອນຕົ້ນປີແລະ ໜ້າທີ່ວຽກງານຈຸດສຸມຂອງຊຸມເດືອນທ້າຍປີ. 
ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນ​ປະ​ທານ​ຄະ​ນະຊີ້ນຳກອງ​ປະ​ຊ​ຸມລະ​ຫວ່າງ​ຂະ​ແໜ່ງກ່ຽວກັບຄວາມປອດໄພທາງດ້ານສະບຽງອາຫານ - ảnh 1ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ(ພາບ: VGP) 

ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າໃນໄລຍະຈະມາເຖິງ ບັນດາກະຊວງ, ຂະແໜງການ, ພິເສດແມ່ນ ກະຊວງກະສິກຳ ແລະພັດທະນາຊົນນະບົດ ເຮັດແນວໃດເພື່ອໃຫ້ ປະຊາຊົນຫວຽດນາມທຸກຄົນຕ້ອງໄດ້ໃຊ້ສະບຽງອາຫານທີ່ສະອາດ, ປອດສານພິດຄືສິນຄ້າສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວວ່າ

        “ຕ້ອງພັດທະນາເຄືອງມືດ້ວຍລະບົບຄອມພິວເຕີ. ທຸກໆຜະລິດຕະພັນທີ່ໂຄສະນາຂາຍຢູ່ໃນລະບົບເອເລັກໂຕນິກຈະໄດ້ຮັບການກວດກາຈາກເຄື່ອງມືນັ້ນ.ອັນໃດທີ່ໄດ້ລົງທະບຽນກວດກາ ແລະ ຕີລາຄາແລ້ວ. ຈາກນັ້ນຈຶ່ງໂຄສະນາແລະສົ່ງເສີມໃຫ້ທຸກຄົນຊື້"

ຕອບກັບ

ຂ່າວ/ບົດ​ອື່ນ