ທ່ານ ຮອງນາຍົກລັດຖະມົນຕີເຮັດວຽກຢູ່ແຂວງດົ່ງນາຍ

ທ່ານ ຮອງນາຍົກລັດຖະມົນຕີເຮັດວຽກຢູ່ແຂວງດົ່ງນາຍ - ảnh 1
ທ່ານ ຮອງນາຍົກລັດຖະມົນຕີເຮັດວຽກຢູ່ແຂວງດົ່ງນາຍ
(ພາບ: ສີຕວຽນ)

ວັນ​ທີ 18/3, ທ່ານ ເຈືອງ​ຮ​່ວາ​ບີ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນຳ​ໜ້າ ຄະ​ນະ​ປະ​ຕິ​ບັດ​ງານຂອງ​ລັດ​ຖະ​ບານ ໄດ້​ເຮັດ​ວຽກ​ກັບ ພະ​ນັກ​ງານຫຼັກ​ແຫຼ່ງ ຂອງ​ແຂວງ ດົ່ງ​ນາຍ ​ກ່ຽວ​ກັບ​ສະ​ພາບ​ພັດ​ທະ​ນາ ເສດ​ຖະ​ກິດ - ສັງ​ຄົມ, ການປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ເຂດ.  ທ່ານ ເຈືອງ​ຮ​່ວາ​ບີ່ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃສ່​ໃຈວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ດົ່ງ​ນາຍ ສືບ​ຕໍ່​ເອົາ​ໃຈ​ໃສ່​ເລືອກ​ເຟັ້ນ ແລະ ພ້ອມ​ແລ້ວ​​ທີ່​ຈະປັດ​ເຂ່ຍ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ດ້ວຍ​ເຕັກ​ໂນ​ໂລ​ຢີຫຼ້າຫຼັງ, ກໍ່​ມົນລະພິດເຖິງ​ສິ່ງແວດລ້ອມ. ບຸ​ລິ​ມະ​ສິດ​ເລືອກ​ເຟັ້ນການ​ລົງ​ທຶນດ້ວຍ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຢີ​ສູງ​, ບໍ​ກໍ່​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ ແຂວງ​ດົ່ງ​ນາຍ ຫັນ​ການບໍ​ລິ​ຫານເປັນ​ທັນ​ສະ​ໃໝ, ໝູນໄຊ້​ເຕັກໂນ​ໂລ​ຢີ​ຂໍ້​ມູ​ນ​​ຂ່າວ​ສານ​ເຂົ້າ​ໃນ​ການ​ແກ້​ໄຂ​ລະ​ບຽບ​ການ​ບໍ​ລິ​ຫານ.


ຕອບກັບ

ຂ່າວ/ບົດ​ອື່ນ