ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັ໊ກຢຸ້ງ ຕອບສຳພາດກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

(VOVWORLD) - ເນື່ອງໃນໂອກາດທີ່ສິ້ນສຸດກອງປະຊຸມສຸດຍອດສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຄັ້ງທີ 34 ທີ່ໄດ້ຈັດຂຶ້ນຢູ່ທີ່ ບາງກອກ (ປະເທດໄທ) ແຕ່ວັນທີ 22-23 ມິຖຸນາ ຜ່ານມາ.
ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັ໊ກຢຸ້ງ ຕອບສຳພາດກ່ຽວກັບໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 - ảnh 1 ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັ໊ກຢຸ້ງ (ພາບ: TTXVN)

ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັ໊ກຢຸ້ງ, ຫົວໜ້າ SOM ASEAN ຫວຽດນາມ ກໍ່ໄດ້ຕອບສຳພາດຕໍ່ນັກຂ່າວກ່ຽວກັບໝາກຜົນຂອງກອງປະຊຸມ.

ກ່ຽວກັບເນື້ອໃນທີ່ໂດດເດັ່ນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 34, ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັ໊ກຢຸ້ງ ໄດ້ໃຫ້ຮູ້ວ່າກອງປະຊຸມໄດ້ຮັບຮອງເອົາເອກະສານ “ທັດສະນະຂອງອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ-ປາຊິີຟິກ ໂດຍມີຄວາມສຳຄັນອັນໃຫ່ຍຫຼວງ, ທັງຢັ້ງຢືນເຖິງບັນດາຫຼັກການທີ່ບໍ່ປ່ຽນແປງຂອງ ອາຊຽນ, ທັງກຳນົດບັນດາທິດທາງໃຫ້ແກ່ການປະພຶດຂອງອາຊຽນ ໃນການພົວພັນກັບບັນດາຄູ່ຮ່ວມມື. ບັນດາການນໍາໄດ້ເຫັນດີເປັນເອກະພາບ ຈະຊຸກຍູ້ໃຫ້ອາຊຽນ ພັດທະນາຮອບດ້ານ, ມຸ້ງໄປສູ່ປະຊາຊົນ, ຖືເອົາປະຊາຊົນເປັນໃຈກາງ ແລະເປັນຕົ້ນແມ່ນ “ບໍ່ປະປ່ອຍຜູ້ໃດໄວ້ຢູ່ເບື້ອງຫຼັງ”. ບົນພື້ນຖານນີ້, ບັນດາປະເທດໄດ້ເຫັນດີເປັນເອກະພາບທີ່ຈະເພີ່ມທະວີລັກສະນະໜູນຊ່ວຍກັນ ລະຫວ່າງວິໄສທັດອາຊຽນ ປີ 2025 ຕໍ່ກັບເປົ້າໝາຍພັດທະນາແບບຍືນຍົງ (SDG) ປີ 2030 ຂອງ ສະຫະປະຊາຊາດ, ຮ່ວມມືແກ້ໄຂບັນຫາຂີ້ເຫຍື້ອ, ມົນລະພິດທາງສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ... ບັນດາປະເທດກໍ່ຕັດສິນໃຈເລືອກເອົາປີ 2019 ເປັນປີວັດທະນະທຳ ອາຊຽນ, ຈາກນັ້ນກໍ່ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳ ແລະ ຊຸກຍູ້ສີສັນວັດທະນະທຳອາຊຽນ. ບັນດາປະເທດ ກໍ່ແລກປ່ຽນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນຢ່າງເລິກເຊິ່ງ, ໃນນັ້ນ, ມີບັນກາທະເລຕາເວັນອອກ, ແຫຼມເກົາຫຼີ, ລັດ Rakhine ຂອງມຽນມາ... ບັນດາການນຳເຫັນດີເປັນເອກະພາບຈະເພີ່ມທະວີຄວາມສາມັກຄີອາຊຽນໃຫ້ຫຼາຍກວ່າເກົ່າ, ເຊີດຊູການສົນທະນາ,ການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະວັດທະນະຖາວອນຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ