ທ່ານ ​ເຈິ່​ນກ໊ວກ​ເວື້ອງ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ​ ເຮັດ​ວຽກ​ກັບ​ແຂ​ວງ ກອນຕູມ

(VOVWORLD) -ວັນທີ 7 ສິງຫາ, ຢູ່ນະຄອນ ກອນຕູມ, ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບການນຳແຂວງກອນຕູມກ່ຽວກັບໝາກຜົນພາຍຫຼັງ 3 ປີທີ່ຜັນຂະຫຍາຍການປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XV ຂອງອົງຄະນະພັກແຂວງ.
ທ່ານ ​ເຈິ່​ນກ໊ວກ​ເວື້ອງ ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ​ ເຮັດ​ວຽກ​ກັບ​ແຂ​ວງ ກອນຕູມ - ảnh 1ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມກ່າວຄຳເຫັນທີ່ການເຮັດວຽກກັບແຂວງ ກອນຕູມ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເຈິ່ນກ໊ວກເວື້ອງ ໄດ້ຮັບຮູ້, ຕີລາຄາສູງຕໍ່ບັນດາໝາກຜົນເຊິ່ງແຂວງກອນຕູມບັນລຸໄດ້ພາຍຫຼັງ 3 ປີທີ່ຜັນຂະຫຍາຍການປະຕິບັດ 2 ມະຕິດັ່ງກ່າວ. ສຳຫຼັບວຽກງານກໍ່ສ້າງພັກ ຂອງທ້ອງຖິ່ນ, ທ່ານ ເຈິ່ນກ໊ວກເວື້ອງ ໄດ້ສະເໜີວ່າ:

ຕ້ອງຖືວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງເປັນສຳຄັນ. ນີ້ແມ່ນໜ້າທີ່ທຳອິດ. ການຮັບຜິດຊອບວຽກງານກໍ່ສ້າງພັກແມ່ນຂອງທົ່ວອົງຄະນະພັກ. ນີ້ແມ່ນຈຸດເວລາທີ່ພວກເຮົາກະກຽມການຈັດຕັ້ງກອງປະຊຸມໃຫຍ່, ນີ້ແມ່ນໂອກາດດີທີ່ສຸດໃຫ້ແກ່ການສ້າງຖັນແຖວພະນັກງານ, ອົງການຈັດຕັ້ງໃຫ້ເຂັ້ມແຂງ. ໃນວຽກງານການກໍ່ສ້າງພັກກໍ່ຕ້ອງເອົາໃຈໃສ່ເຖິງວຽກງານພະນັກງານ, ຄັດເລືອກພະນັກງານ. ປະຕິບັດຄຳສັ່ງເລກທີ 35 ແລະ ຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ຢ່າງຖືກຕ້ອງ”

ຕອບກັບ

ຂ່າວ/ບົດ​ອື່ນ