ທ່ານ​ ເຈິ່ນ​ແທັງເມິນ ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາ​ມ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນສະຫະພັນໃຫຍ່ກຳ​ມະ​ບານ ສ​ປ​ປ.ເກົາຫຼີ

(VOVWORLD) - ທ່ານ Ju Yong Gil ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ປະຊາຊົນສອງປະເທດ.
ທ່ານ​ ເຈິ່ນ​ແທັງເມິນ ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາ​ມ ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນສະຫະພັນໃຫຍ່ກຳ​ມະ​ບານ ສ​ປ​ປ.ເກົາຫຼີ - ảnh 1 ທ່ານ ເຈິ່ນແທັງເມິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Ju Yong Gil, ກຳມະການສູນກາງພັກແຮງງານສປປ.ເກົາຫຼີ (ພາບ: TTXVN)

        ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເມິນ ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະຫະພັນໃຫຍ່ກຳມະບານ ສປປ.ເກົາຫຼີ ໂດຍທ່ານ Ju Yong Gil, ກຳມະການສູນກາງພັກແຮງງານສປປ.ເກົາຫຼີ, ປະທານສະຫະພັນໃຫຍ່ກຳມະບານ ສປປ.ເກົາຫຼີ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເມິນສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງເຊິ່ງສະຫະພັນໃຫຍ່ກຳມະບານສປປ.ເກົາຫຼີບັນລຸໄດ້ ໃນວິວັດການກໍ່ສ້າງ, ພັດທະນາປະເທດຊາດ, ພ້ອມທັງມີຄວາມຫວັງວ່າ ພາຍໃຕ້ການຊີ້ນຳຂອງພັກແຮງງານ ສປປ.ເກົາຫຼີ, ປະຊາຊົນ ສປປ.ເກົາຫຼີ ຈະສືບຕໍ່ບັນລຸໄດ້ຫຼາຍຜົນງານໃໝ່ ແລະ ໃຫຍ່ຫຼວງກ່ວາເກົ່າໃນພາລະກິດການສ້າງສາ, ພັດທະນາປະເທດຊາດ. ທ່ານ ເຈິ່ນແທັງເມິນ ຢັ້ງຢືນວ່າ: ພັກ, ລັດ ຫວຽດນາມ ຈະອຳນວຍຄວາມສະດວກເພື່ອໃຫ້ອົງການກຳມະບານສອງປະເທດເພີ່ມທະວີການຮ່ວມມື, ຈັດຕັ້ງບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສອງປະເທດໃນປີ 2020, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ.

        ທີ່ການຕ້ອນຮັບ, ທ່ານ Ju Yong Gil ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການການເມືອງ, ເສດຖະກິດ, ສັງຄົມກໍ່ຄືຂະບວນການກຳມະກອນ ແລະ ກຳມະບານ ສປປ.ເກົາຫຼີ, ຢັ້ງຢືນວ່າຈະສືບຕໍ່ຮ່ວມມືກັບ ສະຫະພັນໃຫຍ່ແຮງງານຫວຽດນາມ ເພື່ອຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ