ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ຢ້ຽມຢາມບັນດາອະດີດການນຳຂັ້ນສູງລາວ

ທ່ານ ເລຮົ່ງແອງ ຜູ້ປະຈຳການຄະນະເລຂາສູນກາງ ຢ້ຽມຢາມບັນດາອະດີດການນຳຂັ້ນສູງລາວ - ảnh 1
​ທ່ານ ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ ແລະ ທ່ານ​ສະ​ໝານ​ ວິ​ຍາ​ເກດ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢ​າມ ແລະ ເຂົ້າ​ຮ່ວມ​ພິ​ທີ​ແຫ່​ຂະ​ບວນ, ສວນ​ສະ​ໜາມເພື່ອ​ສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນຊາດ​ ລາວ, ຕອນ​ບ່າຍ 2/12, ​ທ່ານ ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ແລະ ລັດ​ຫວຽດ​ນາມ​ໄດ້ໄປ​ຢ້ຽມ​ຢາມ ແລະ ອວຍ​ພອນ​ສຸ​ຂະ​ພາບ​ທ່ານ​ສະ​ໝານ​ ວິ​ຍາ​ເກດ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ, ຢ້ຽມ​ຢາມ ແລະ ອວຍ​ພອນ​ສຸ​ຂະ​ພາບ​ທ່ານ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

     ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ ຢືນ​ຢັນ​ວ່າ ໃນ​ບໍ່​ວ່າ​ສະ​ພາບ​ການ​ໃດໆ, ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ຫວຽດ​ນາມ-ລາວ ຍາມ​ໃດ​ກໍ​ໜ້າ​ທີ່​ຍຸດ​ທະ​ສາດ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ. ຫວຽດ​ນາມ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ລາວ​ຮັກ​ສາ​ສາຍພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດນີ້.

ຂ່າວ/ບົດ​ອື່ນ