ທ່ານDonal Trump ປະ​ທານາ​ທີບໍ​ດີອາ​ເມ​ລິ​ກາ​ຂອບ​ໃຈຫວຽດ​ນາມທີ່ໄດ້​​ຮ່ວມ​ມືກັບອາ​ເມ​ລິ​ກາ​ໃນ​ການ​ສະ​ກັດ​ກັ້ນໂລກ​ລະ​ບາດ Covid-19

(VOVWORLD) -ໃນວັນທີ່ 08 ເມສາ, ທ່ານ Donal Trump ປະທານາທິບໍດີອາເມລິກາໄດ້ແຈ້ງໃຫ້ຊາບວ່າເຄື່ອງນຸ່ງປ້ອງກັນ 450.000 ຊຸດທີ່ໄດ້ສົ່ງໄປໃຫ້ອາເມລິກາດ້ວຍການສົມທົບລະຫວ່າງຫວຽດນາມແລະສອງບໍລິສັດຂົນສົ່ງ Dupon ແລະ FedEx ຂອງອາເມລິກາໄດ້ໄປຮອດອາເມລິກາແລ້ວ. ທ່ານ Trump ກໍ່ສະແດງຄວາມຂອບໃຈຫວຽດນາມທີ່ໄດ້ໜູນຊ່ວຍອາເມລິກາໃນຄັ້ງນີ້.
ທ່ານDonal Trump ປະ​ທານາ​ທີບໍ​ດີອາ​ເມ​ລິ​ກາ​ຂອບ​ໃຈຫວຽດ​ນາມທີ່ໄດ້​​ຮ່ວມ​ມືກັບອາ​ເມ​ລິ​ກາ​ໃນ​ການ​ສະ​ກັດ​ກັ້ນໂລກ​ລະ​ບາດ Covid-19 - ảnh 1ທ່ານ Donal Trump ປະທານາທິບໍດີອາເມລິກາສະແດງຄວາມຂອບໃຈຫວຽດນາມ ລົງ Twitter ໃນວັນທີ 9 ເມສາ

ນີ້ແມ່ນງວດສິນຄ້າທີໜຶ່ງໃນສອງງວດທຳອິດດ້ວຍເຄື່ອງນຸ່ງປ້ອງກັນDupontກ່ວາ 450.000 ຊຸດທີ່ໄດ້ຜະລິດຢູ່ຫວຽດນາມ. ງວດສິນຄ້ານີ້ຈະເພີ່ມເຕີມໃຫ້ແກ່ຄັງສະສົມຍຸດທະສາດແຫ່ງຊາດຂອງອາເມລິກາແນໃສ່ຕອບສະໜອງຄວາມຕ້ອງການຢ່າງຮີບດ່ວນກ່ຽວກັບອຸປະກອນປ້ອງກັນໃຫ້ບັນດາຜູ້ຢູ່ແນວໜ້າຮັບມືກັບໂລກລະບາດ Covid-19 ຢູ່ອາເມລິກາ.

        ລັດຖະບານອາເມລິກາແລະຫວຽດນາມໄດ້ມີການຮ່ວມມືຢ່າງຕັ້ງໜ້າໃນບັ້ນຮົບສະກັດກັ້ນໂລກລະບາດ Covid-19. ນັບແຕ່ເມື່ອເກີດວິກິດການນີ້, ສູນກວດກາແລະສະກັດກັ້ນໂລກລະບາດອາເມລິກາ (CDC) ແລະອົງການພັດທະນາສາກົນອາເມລິກາ (USAID) ໄດ້ສົມທົບກັບເຈົ້າໜ້າທີ່ຫວຽດນາມເພື່ອເຝົ້າລະວັງແລະຮັບມືກັບສະພາບການຜັນແປຂອງໂລກລະບາດCovid-19.

ຕອບກັບ

ຂ່າວ/ບົດ​ອື່ນ