ທ່ານກຳມະການກົມ ການເມືອງເລວັນຢຸ້ ຢ້ຽມຢາມບາງປ້ອມປ້ອງກັນຊາຍແດນ ແລະ ວິສາຫະກິດຢູ່ ກວາງນິງ

ທ່ານກຳມະການກົມ ການເມືອງເລວັນຢຸ້ ຢ້ຽມຢາມບາງປ້ອມປ້ອງກັນຊາຍແດນ ແລະ ວິສາຫະກິດຢູ່ ກວາງນິງ - ảnh 1
ທ່ານກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ ​ເລ​ວັນ​ຢຸ້
​ຢ້ຽມຢາມປ້ອມປ້ອງ​ກັນຊາ​ຍ​ແດນ ຈ່າ​ໂກ ​ແຂວງ​ກວາງ​ນິງ
(ພາບ: baoquangninh.com.vn)

(vovworld) –  ວັນ​ທີ 05/07, ​ເມື່ອ​ລົງ​ຢ້ຽມຢາມ ​ແລະ ກວດກາ​ວຽກ​ງານ​ຢູ່​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ສາກົນ ມ໋ອງກ໋າຍ, ​ແລະ ປ້ອມປ້ອງ​ກັນຊາ​ຍ​ແດນ ຈ່າ​ໂກ ​ແຂວງ​ກວາງ​ນິງ, ທ່ານກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ ​ເລ​ວັນ​ຢຸ້ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຂອງ​ພະນັກງານ, ນັກຮົບ​ໃນ​ໜ້າ​ທີ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ຊາຍ​ແດນ, ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ ​ແລະ ກຳລັງ​ປະຕິບັດ​ໜ້າ​ທີ່ຢ່າງຕັ້ງ​ໜ້າ ​ເພື່ອ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ຄ​້າສະ​ເຖື່ອນ, ພິ​ເສດ​ແມ່ນ​ການ​ຄ້າ​ຂາຍຢ່າ​​ເສັບ​ຕິດ. ທ່ານ ເລ​ວັນ​ຢຸ້ ສະ​ເໜີ​ໃຫ້​ບັນດາ​ພະນັກງານ, ນັກຮົບ​ກຳ​ແໜ້ນ​ສະພາບ​ການ​ໃນ​ບໍລິ​ເວັນ ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ຄະນະ​ພັກ​ອຳນາດ​ການ​ປົກຄອງ​ແກ້​ໄຂ​ບັນດາ​ກໍລະນີ​ເກີດ​ຂຶ້ນຢ່າງ​ທັນ​ການ, ​ເປັນ​ເຈົ້າ​ການປະຕິບັດ​ໜ້າ​ທີ່​ການ​ເມືອງ, ​ຮັກສາ​ຄວາມ​ສະຫງົບປອດ​ໄພ, ການ​ເມືອງ​ເຂດ​ຊາຍ​ແດນ. ​ເນື່ອງ​ໃນ​ໂອກ​າດນີ້, ທ່ານ ເລ​ວັນ​ຢຸ້ ກໍ່​ໄດ້​​ໄປຢ້ຽມຢາມ​ບໍລິສັດ​ວິທະຍາສາດ​ເຕັກນິກ ​ເຕັກ​​ຮົງ ​ເງິນ​ລອງ ຢູ່​ເຂດ​ອຸດສາຫະກຳ ຫາຍ​ອຽນ, ນະຄອນ ມ໋ອງກ໋າຍ. ​ໃນ​ໄລຍະ​ຜ່ານ​ມາ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ສົມທົບ​ກັນ​ຮັບປະ​ກັນ​ຄວາມ​ປອດ​ໄພ, ຄວາມເປັນ​ລະບຽບ​ຮຽບຮ້ອຍ​ເປັນຢ່າງ​ດີ ສະນັ້ນ ການ​ຜະລິດ ດຳ​ເນີນ​ທຸ​ລິ​ກິດ​ຂອງ​ບໍລິສັດ​ຍັງ​ເປັນ​ປົກກະຕິ, ຮັບປະກັນ​ວຽກ​​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ຫວຽດນາມ ກວ່າ 4000 ຄົນ ​ແລະ ຄົນ​ງານ​ຊາວ​ຈີນ ກວ່າ 200 ຄົນ.

ຂ່າວ/ບົດ​ອື່ນ