ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວຢ້ຽມຢາມຫວຽດນາມຢ່າງເປັນທາງການ

ທ່ານຈັນສະໝອນຈັນຍາລາດລັດຖະມົນຕີກະຊວງປ້ອງກັນປະເທດລາວຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
(ທ່ານ ໂງ​ຊວນ​ລິກ ພົບ​ປະ​ເຈ​ລະ​ຈາກັບ
​ທ່ານ ຈັນ​ສະ​ໝອນ ຈັນ​ຍາ​ລາດ )

(vovworld)- ​ ໃນ​ຕອນ​ເຊົ້າ​ວັນ​ທີ 20/6, ຢູ່​ຮ່າ​ໂນ້ຍ, ທ່ານ ໂງ​ຊວນ​ລິກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕອນ​ຮັບ ແລະ ພົບ​ປະ​ເຈ​ລະ​ຈາ ກັບ​ທ່ານ ຈັນ​ສະ​ໝອນ ຈັນ​ຍາ​ລາດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ມາ​ຢ້ຽມ​ຢາມສັນ​ທະ​ວະ​ໄມ​ຕີ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ​ລັດ​ຖະ​ມົນ​ຕີ​​ທັງສອງທ່ານໄດ້ເຫັນ​ດີ​ເປັນ​ເອ​ກະ​ພາບ ສືບ​ຕໍ່​ຜັນ​ຂະ​ຫຍາຍ ​ບັນ​ດາ​ເນື້ອ​ໃນອະ​ນຸ​ສັນ​ຍາ ກໍ່​ຄື​ແຜນ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ​ຢ່າງ​ຄົບ​ຖ້ວນ​ແລະ ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ການ​ແລກ​ປ່ຽນ​ຄະ​ນະຜູ້​ແທນ​ຂັ້ນຕ່າງໆ; ບຸ​ລິ​ມະ​ສິດ​ບຳ​ລຸງ​ສ້າງ, ການແລກ​ປ່ຽນ​ບົດ​ຮຽ​ນ; ຊອກ​ຄົ້ນ ແລະ ຈັດ​ສົ່ງ​ອັດ​ຖິ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້ຊ່ຽວຊານ​ຫວຽດ​ນາມ ​ທີ່ເສຍ​ສະຫຼະ​ຊີ​ວິດ ​ຢູ່​ລາວ. ສອງ​ຝ່າຍ ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ທາບ​ທາມ​ຄຳ​ເຫັນ ເພື່ອ​ມີ​ທັດ​ສະ​ນະ​ລວມ ໃນ​ບັນ​ດາ​ບັນ​ຫາ​ຄວາມ​​ໝັ້ນຄົງ ​ໃນ​ພາກ​ພື້ນ ແລະ ສາ​ກົນ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ສາ​ມັກ​ຄີພາຍ​ໃນກຸ່ມ ແລະ ບົດ​ບາດ​​ໃຈ​ກາງ​ຂອງ​ອາ​ຊ່ຽນ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​​ໝັ້ນ​ຄົງ ໃນ​ພາກ​ພື້ນ ແລະ ໂລກ.

ຂ່າວ/ບົດ​ອື່ນ