ທ່ານດີງເທຮີງຕ້ອນຮັບຮອງປະທານຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນYasuoOgata

ທ່ານດີງເທຮີງຕ້ອນຮັບຮອງປະທານຄະນະບໍລິຫານງານສູນກາງພັກກອມມູນິດຍີ່ປຸ່ນYasuoOgata - ảnh 1
ທ່ານ ດີງ​ເທ​ຮີ​ງ ຜູ້​ປະຈຳ​ການຄະນະ​ເລ​ຂາ​ທິການ
(ພາບ: VGP)

(vovworld) – ຕອນ​ບ່າຍ​ວັນ​ທີ 16/03 ຢູ່​ສຳນັກງານ​ສູນ​ກາງ​ພັກ, ຜູ້​ປະຈຳ​ການຄະນະ​ເລ​ຂາ​ທິການ​ທ່ານ ດີງ​ເທ​ຮີ​ງ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ Yasuo Ogata ຮອງ​ປະທານ​ຄະນະ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຍີ່ປຸ່ນ. ທີ່​ການ​ຕ້ອນຮັບ, ທ່ານ ດີງ​ເທ​ຮີ​ງ ສະ​ເໜີ 2 ພັກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື 2 ຝ່າຍ, ​​ແລກປ່ຽນທິດ​ສະ​ດີ ​ແລະ ບົດຮຽນພຶດຕິ​ກຳ​ຕົວ​ຈິງ; ພ້ອມ​ທັງ, ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຢູ່​ບັນ​ດາ​ເວທີ​ປາ​ໄສ​ໃນ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ມີ​ປະສິ​ດທິຜົນ.

        ສ່ວນ​ທ່ານ Yasuo Ogata ຢືນຢັນ​ວ່າ: ພັກ​ກອມ​ມູນິດ ຍີ່ປຸ່ນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ການ​ພັດ​ທະນາສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ກ່ອນ​ໜ​້ານັ້ນ, ​ໃນ​ຕອນ​ເຊົ້າ​ວັນ​ທີ 16/03, ຄະນະ​ຜູ​ແທນ​ພັກ​ກອມ​ມູນິດ ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບີ​ງກວນ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ເປັນ​ຫົວໜ້າ​ຄະນະ ດຳ​ເນີນ​ການ​ເຈລະຈາກກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ ຍີ່ປຸ່ນ ​ໂດຍ​ທ່ານ Yasuo Ogata ຮອງ​ປະທານ​ຄະນະ​ປະທານ, ຫົວໜ້າ​ຄະນະ​ສາກົນ​ພັກ​ກອມ​ມູນິດ ຍີ່ປຸ່ນ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ພົບ​ປະ​ເຈລະຈາ 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ສະພາບການສັງ​ລວມ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ຍູ​້​ແຮງ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ, ​ໃນ​ນັ້ນ​ ເພີ່ມທະວີ​ການ​ພົບ​ປະ​ແລກປ່ຽນ, ຮັກສາ​ກົນ​ໄກ​ແລກປ່ຽນ​ທິດ​ສະ​ດີ ​ແລະ ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພັກ​ການ​ເມືອງຫລາຍ​ຝ່າຍ. 2 ຝ່າຍ​ກໍ່​ແລກປ່ຽນ​ກ່ຽວກັບ​ບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນມໍ່ໆ​ມາ​ນີ້​ຂອງ​ສະພາບ​ການ​ໃນ​ພາກ​ພື້ນ; ​ເນັ້ນ​ໜັກ​ວ່າບັນດາ​ການ​ຂັດ​ແຍ້​ງກັນ​ບົນ​ທະ​ເລ ຄວນ​ໄດ້​ຮັບ​ການແກ້​ໄຂ​ດ້ວຍ​ສັນ​ຕິ​ວິທີ, ​ເໝາະ​ສົມ​ກັບ​ກົດ​ໝາຍ​ສາກົນ ​ແລະ ຫຼັກການ​ການ​ປະ​ພຶດຂອງ​ພາກ​ພື້ນ.

 


ຂ່າວ/ບົດ​ອື່ນ