ທ່ານດິງເທີຮີນຜູ້ປະຈຳການຄະນະເລຂາເຮັດວຽກກັບແຂວງກວາງຈີ້

ທ່ານດິງເທີຮີນຜູ້ປະຈຳການຄະນະເລຂາເຮັດວຽກກັບແຂວງກວາງຈີ້ - ảnh 1
ທ່ານດິງ​ເທີ​ຮີນ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ເຮັດ​ວຽກ​ກັບ​ແຂວງກວາງ​ຈີ້
(ພາບ: Tiền Phong)


(vovworld) - ​​ຕອນ​ບ່າຍ​ວັນ​ທີ 23/04, ທ່ານ​ ດິງ​ເທີ​ຮີນ, ກຳ​ມະ​ການ​ກົມ​ການ​ເມືອງ, ຜ​ູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູງ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງກວາງ​ຈິ້ ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ວຽກ​ງານກໍ່​ສ້າງ​ພັກ ແລະ ສະ​ພາບ​ການ​ຜັນ​ຂ​ະ​ຫຍາຍ​ການ​ປະ​ຕິ​ບັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ກ່າ​ວ​ຄຳ​ເຫັນ​ທີ່​ການ​ເຮັດ​ວ​ຽກ, ທ່ານ ດິງ​ເທີ​ຮີນ ເນັ້ນ​ໜັກ​ວ່າ: ແຂວງ ກວາງ​ຈີ້ ຕ້ອງ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ເພື່ອ​ນຳ​ແຂ​ວງ ກວາງ​ຈີ້ ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ. ກວາງ​ຈີ້ ແມ່ນ​ແຂວງ​ທຸກ​ຍາກ ແຕ່​ມີ​​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າແ​ຮງ ສະ​ນັ້ນ​ຄວນ​ປະ​ຕິ​ບັດ 3 ຂອດ​ບຸກ​ທະ​ລຸນັ້ນ​ແມ່ນ: ປ່ຽນ​ໃໝ່​ສ້າງ​ບັນ​ດາ​ກົນ​ໄກ​ນະ​ໂນບ​າຍ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໃຫ້​ສົມ​ບູນ​ແບບ, ສ້າງ​ຄວາມ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ​ທ​ຳ​ມາ​ຫາ​ກິນ; ມີ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ດ້ານ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ​ທີ່​ມີິ​ຄຸນ​ນະ​ພາບ​ສູງ ເພື່ອ​ເປີດ​ທິດ​ທາງ​ໃໝ່ ແລະ ສຸມ​ໃສ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ໃຫ້​ສຳ​ເລັດ. ທ່ານ ດິງ​ເທີ​ຮີນ ກໍ່​ເນັ້​ນ​ໜັກ​ວ່າ, ກວາງ​ຈີ້ ກ​ໍ​ຕ້ອງ​ກຳ​ນົດ​ບັນ​ດາ​ໜ້າ​ທີ່​ຈຸດ​ສຸມ​ເພື່ອກໍ່​ສ້າງ​ບັນ​ດາ​ແຜນ​ຮ່າງ​ລວມ ​ດ້ວຍ​ບັນ​ດາ​ມະ​ຕິ​ຂອງ​ອົງ​ຄະ​ນະ​ພັກ​ແຂວງ​ຄັ້ງ​ທີ 16 ແລະ ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ສຸມ​ໃສ່​ຊີ້​ນຳ, ນຳ​ພາ​ປະ​ຕິ​ບັດ​ໜ້າ​ທີ່ ທີ່​ໄ​ດ້​ວາງ​ອອກ​ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ