ທ່ານ​ນາງ Angela Merkel ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍ​ລະ​ມັນ: EU ພ​ວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງມາ​ຮອດ​ປັດ​ຈຸ​ບັນ

(VOVWORLD) - ໃນການຖະແຫຼງຂ່າວຄັ້ງທຳອິດພາຍຫຼັງສິ້ນສຸດ 2 ອາທິດແຍກຕົວດ້ວຍຕົນເອງຍ້ອນຄວາມກັງວົນຕິດເຊື້ອພະຍາດ Covid – 19, ທ່ານນາງAngela Merkel ນາຍົກລັດຖະມົນຕີ ເຢຍລະມັນໄດ້ປະກາດວ່າ ໂລກລະບາດ Covid – 19 ແມ່ນສິ່ງທ້າທາຍໃຫຍ່ທີ່ສຸດເຊິ່ງ EU ຕ້ອງປະເຊີນໜ້ານັບແຕ່ເວລາສ້າງຕັ້ງມາຮອດປະຈຸບັນ ແຕ່ວ່າ ແຕ່ລະປະເທດສະມາຊິກຖືກຮັບຜົນກະທົບຢູ່ໃນລະດັບແຕກແຕ່ງກັນ.
ທ່ານ​ນາງ Angela Merkel ນາ​ຍົກ​ລັດ​ຖະ​ມົນ​ຕີເຢຍ​ລະ​ມັນ: EU ພ​ວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງມາ​ຮອດ​ປັດ​ຈຸ​ບັນ - ảnh 1ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ (ພາບ: Reuters)

ທ່ານນາງ Angela Merkel ຮຽກຮ້ອງໃຫ້ບັນດາປະເທດເອີລົບມີຄວາມສາມັກຄີກັນ, ຮ່ວມມື ແລະ ຢັ້ງຢືນຄືນວ່າ ປະເທດ ເຢຍລະມັນຄັດຄ້ານຂໍ້ສະເໜີຂອງ ອີຕາລີ ກ່ຽວກັບການຈຳໜ່າຍພັນທະບັດ Corona ເພື່ອຈົດເງິນໜິ້ສິນລວມໃຫ້ແກ່ບັນດາປະເທດທັງໝົດ.ທ່ານນາງ ພ້ອມທັງຖື ວ່າ ກົນໄກ່ຮັກສາເອີລົບທີ່ມີສະຖຽນລະພາບດ້ວຍແຫຼ່ງກຳລັງ 400 ຕື້ EURO ສາມາດມີເຄື່ອງມືຢ່າງພຽງພໍເພື່ອຫຼຸດບັນດາຜົນກະທົບດ້ານເສດຖະກິດກັບບັນດາປະເທດຖືກ Covid – 19 ທຳລາຍຢ່າງໜັກໜ່ວງລົງ.

ກ່ຽວກັບສະພາບການໂລກລະບາດ Covid – 19 ຢູ່ເຢຍລະມັນ, ທ່ານນາງ Angela Merkel ຍັງຖືວ່າ ຍັງບໍ່ຮອດເວລາເພື່ອວາງອອກການກຳນົດເວລາເພື່ອໂຍະຍານບັນດາມາດຕະການແຍກຕົວທົ່ວສັງຄົມ ເຊິ່ງປະເທດ ເຢຍລະມັນນຳໃຊ້ເລີ່ມແຕ່ວັນທີ 22 ມີນາ. ທ່ານນາງກ່າວວ່າ:

ຂ້າພະເຈົ້າຈະແມ່ນນາຍົກລັດຖະມົນຕີທີ່ບໍ່ດີ ແລະ ລັດຖະບານນີ້ິ້ກໍ່ຈະແມ່ນລັດຖະບານທີີ່ອ່ອນແອຖ້າຫາກວ່າ ພວກເຂົ້າພະເຈົ້າຍົກອອກວັນເວລາຢ່າງລະອຽດ. ຂ້າພະເຈົ້າບໍ່ສາມາດເຮັດຄືແນວນັ້ນໄດ້ ຍ້ອນວ່າ ພວກຂ້າພະເຈົ້າຫາກໍ່ມີບັນດາຄຳແນະນຳເບື້ອງຕົ້ນກ່ຽວກັບສິ່ງທີ່ພວມເກີດຂຶ້ນ. ເລື່ອງກຳນົດໄລຍະເວລາຢ່າງລະອຽດໃຫ້ແກ່ເຢຍລະມັນແມ່ນຍັງບໍ່ທັນຄິດໄລ່ໄດ້ເທື່ອ.

ກວາງຢຸງ ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ