ທ່ານນາງ Clinton ສືບຕໍ່ຍາດໄດ້ທ່າໄດ້ປຽບ

ທ່ານນາງ Clinton ສືບຕໍ່ຍາດໄດ້ທ່າໄດ້ປຽບ - ảnh 1
ທ່ານ​ນາງ Hillary Clinton ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ
(ພາບ: EPA/TTXVN)

(vovworld) -​ ຍັງ​ເວ​ລາບໍ່​ຮອດ 2 ອາ​ທິດກ​ໍ່ຈະ​ຮອດ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ, ໃນ​ແຕ່​ລະ​ວັນ, ຢູ່ ອາ​ເມ​ລິ​ກາ ລ້ວນ​ແຕ່​​ດຳ​ເນີນ​ການ​ຢັ່ງ​ຫາງ​ສຽງ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງສຳ​ລັບ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 4 ທ່ານ​ເຊິ່ງ​ລວມ​ມີ: ທ່ານ Donald Trump ຂອງ​ພັກ​ສາ​ທາ​ລະ​ນະ, ທ່ານ​ນາງ Hillary Clinton ຂອງ​ພັກ​ປະ​ຊາ​ທິ​ປະ​ໄຕ, ທ່ານ​ Gary Johnson ຂອງ​ພັກ ເສ​ລີ ແລະ ທ່ານ Jill Stein ຂອງ​ພັກ ຂຽ​ວ. ໃນ​ຈຳ​ນວນ​ການ​ຢັ່ງ​ຫາງ​ສຽງ 7 ຄັ້ງ​ທີ່​ໄດ້​ຮັບ​ການ​ປະ​ກາດ​ໝາກ​ຜົນ​ເມື່ອ​ວັນ​ທີ 27/10, ພຽງ​ແຕ່ກວດ​ກາການ​ຢັ່ງ​ຫາງ​ສຽງ​ຢູ່ Los Angeles Times/USC Tracking ໃຫ້​ຮູ້​ໝາກ​ຜົນ​ທີ່​ວ່າ​ທ່ານ​ນາງ Hillary Clinton ແລະ ເສດ​ຖີ​ເງິນ​ຕື້ Donald Trump ມີ​ຜູ້​ສະ​ໜັບ​ສະ​ໜູນ​ເທົ່າ​ກັນ.  ຕາມ​ສະ​ຖິ​ຕິ​ຂອງ Real Clear Politics, ອັດ​ຕາ​​ສ່ວນຜູ້​ສະ​ໜັບ​ສະ​ໜູນ​ສະ​ເລ່ຍ​ສຳ​ລັບ​ທ່ານ​ນາງ Clinton ຜ່ານ​ການກວດ​ກາ​ໃນ​ການ​ຢັ່ງ​ຫາງ​ສຽງ​ແມ່ນ 45,8% ສູງ​ກ່​ວາ​​ເມື່ອ​ທ​ຽບ​ໃສ່ລະ​ດັບ 40,0% ຂອງ​ທ່ານ Trump.


ຂ່າວ/ບົດ​ອື່ນ