ທ່ານນາງ Droupadi Murmu ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອິນເດຍ

(VOVWORLD) -ທ່ານນາງ Droupadi Murmu, ອາຍຸ 64 ປີ, ກາຍເປັນປະທານາທິບໍດີຍິງຄົນທຳອິດຂອງ ອິນເດຍ ກຳເນີດຈາກວົງຄະນະຍາດເຜົ່າພັນ ແລະ ແມ່ນແມ່ຍິງຜູ້ທີ 2 ພາຍຫຼັງທ່ານນາງ Pratibha Patil ຮັບດຳລົງຕຳແໜ່ງນີ້.
ທ່ານນາງ Droupadi Murmu ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອິນເດຍ - ảnh 1ທ່ານນາງ Droupadi Murmu
(ພາບ: PTI)

ໝາກຜົນການນັບບັດເລືອກຕັ້ງໃນວັນທີ 21 ກໍລະກົດ, ຊີ້ໃຫ້ເຫັນວ່າ ທ່ານນາງ Droupadi Murmu ຂອງສຳພັນທະມິດປະຊາທິປະໄຕກຳອຳນາດ (NDA) ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອິນເດຍ ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ກໍລະກົດ.

        ທ່ານນາງ Droupadi Murmu, ອາຍຸ 64 ປີ, ກາຍເປັນປະທານາທິບໍດີຍິງຄົນທຳອິດຂອງ ອິນເດຍ ກຳເນີດຈາກວົງຄະນະຍາດເຜົ່າພັນ ແລະ ແມ່ນແມ່ຍິງຜູ້ທີ 2 ພາຍຫຼັງທ່ານນາງ Pratibha Patil ຮັບດຳລົງຕຳແໜ່ງນີ້. ຕາມແຜນການ, ທ່ານນາງ Droupadi Murmu ຈະເຂົ້າສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີຜູ້ທີ 15 ຂອງ ອິນເດຍ ໃນວັນທີ 25 ກໍລະກົດ, ພາຍຫຼັງທີ່ທ່ານປະທານາທິບໍດີ Ram Nath Kovind ສິ້ນສຸດອາຍຸການຂອງຕົນເປັນເວລາ 1 ວັນ.

        ທ່ານນາງ Droupadi Murmu ເຄີຍເປັນຄູ, ຫຼັງຈາກນັ້ນທ່ານນາງໄດ້ເຂົ້າຮ່ວມເວທີການເມືອງ ແລະ ໄດ້ຮັບແຕ່ງຕັ້ງດຳລົງຫຼາຍຕຳແໜ່ງສຳຄັນໃນອຳນາດການປົກຄອງທ້ອງຖິ່ນ, ຫວ່າງມໍ່ໆມານີ້ທ່ານນາງຮັບດຳລົງຕຳແໜ່ງເປັນຜູ້ວ່າການລັດ Jharkhand ໂດຍເປັນເພດຍິງຄົນທຳອິດ.

ຕອບກັບ

ຂ່າວ/ບົດ​ອື່ນ