ທ່ານນາງ Ha Thi Khiet ຫົວຫນ້າຄະນະໂຄສະນາຂົນຂວາຍປຊຊສູນກາງເຮັດວຽກຢູ່ ແຂວງ Quang Nam
![ທ່ານນາງ Ha Thi Khiet ຫົວຫນ້າຄະນະໂຄສະນາຂົນຂວາຍປຊຊສູນກາງເຮັດວຽກຢູ່ ແຂວງ Quang Nam - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_11_01/ba khiet.jpeg)
ທ່ານນາງ Ha Thi Khiet ຫົວຫນ້າຄະນະໂຄສະນາຂົນຂວາຍ
ປະຊາຊົນສູນກາງ
ພາບ: internet
|
(vovworld) - ຕອນເຊົ້າວັນທີ 1/11, ທ່ານນາງ Ha Thi Khiet ເລຂາສູນກາງພັກ, ຫົວຫນ້າຄະນະໂຄສະນາຂົນຂວາຍປະຊາຊົນສູນກາງ ນຳຫນ້າຄະນະປະຕິບັດງານຂອງຄະນະເລຂາສູນກາງພັກໄດ້ມີການເຮັດວຽກກັບຕາແສງ Tra Tan ຢູ່ Bac Tra Mi ແຂວງ Quang Nam ກ່ຽວກັບໝາກຜົນແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ພາຍຫລັງຮັບຟັງທ່ານເລຂາອົງຄະນະພັກຕາແສງ Tra Tan ລາຍງານໝາກຜົນແຫ່ງການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງໃນ 1 ປີ ຜ່ານມາ, ທ່ານນາງ Ha Thi Khiet ໄດ້ຮັບຮູ້ວິທີປະຕິບັດຢ່າງມີຫົວຄິດປະດິດສ້າງຂອງອົງຄະນະພັກ, ເປັນຕົ້ນແມ່ນວຽກງານສ້າງໂຄງການ, ແຜນການກວດກາການປະຕິບັດຢູ່ຫນ່ວຍພັກ. ພ້ອມກັນນັ້ນ ອົງຄະນະພັກຕາແສງ Tra Tan ກໍໄດ້ ປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ ຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 ກ່ຽວກັບບາງບັນຫາຮີບດ່ວນໃນການກໍ່ສ້າງພັກປະຈຸບັນ. ທ່ານນາງ Ha Thi Khiet ຫົວຫນ້າຄະນະໂຄສະນາຂົນຂວາຍປະຊາຊົນສູນກາງ ໄດ້ຂໍໃຫ້ເອົາໃຈໃສ່ເຖິງບາງບັນຫາໃນການຜັນຂະຫຍາຍປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງສຳລັບແຕ່ລະທ້ອງຖິ່ນຢ່າງລະອຽດ.