ທ່ານນາງ Ha Thi Khiet ເຮັດວຽກກັບຄະນະພັກແຂວງ Quang Nam

ທ່ານນາງ Ha Thi Khiet ເຮັດວຽກກັບຄະນະພັກແຂວງ Quang Nam - ảnh 1

(ພາບ:m.chaobuoisang.net)

(VOV)- ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ Quang Nam, ຕອນ​ເຊົ້າວັນ​ທີ 2/11, ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ສູນ​ກາງ ​ໄດ້​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ Quang Nam ກ່ຽວ​ກັບສະພາບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ສູນ​ກາງ ຖື​ວ່າ, ​ແຂວງ ​Quang Nam ໄດ້ມີ​ບັນດາ​ວິທີ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ຕ້ອງ​ທະວີຄູນ​ບັນດາ​​ແບບຢ່າງ​ດີ​ເດັ່ນ​ໃນການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ:

   “ຕົວ​ຈິງ​ໃຫ້​ເຫັນ​ວ່າ​ບັນດາ​ສະຫາ​ຍ​ໄດ້​ປະຕິບັດ​ຢ່າງ​ເປັນ​ເຈົ້າການ​ ​ແລະ ​ເຂັ້ມງວດ. ຄວາມ​ເຂັ້ມງວດ, ມີ​ຫົວຄິດ​ປະດິດ​ສ້າງ​ຢູ່​ໃນ​ອົງຄະ​ນະ​ພັກ​ແຂວງ  Quang Nam  ​ໄດ້​ສະ​ແດງ​ໃຫ້ເຫັນ​ຢ່າງ​ຈະ​ແຈ້ງຜ່ານ​ບັນດາ​ແບບຢ່າງ, ຮູບ​ບ​ແບບການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ບັນດາ​ສະຫາຍ​ໄດ້​ສົ່ງ​ເນື້ອ​ໃນ​ຄຳ​ສັ່ງ​ເລກທີ 03 ເຂົ້າຮາກ​ຖານ ​ແລະ ​ໄດ້​​ເອົ​າ​ໃຈ​ໃສ່ປະຕິບັດ​ຕາມ“.

 

 

ຂ່າວ/ບົດ​ອື່ນ