ທ່ານນາງ Nguyen Thi Doan ພົບປະກັບບັນດາຄອບຄົວກະສິກອນ ທຳການຜະລິດ​ເກັ່ງ

ທ່ານນາງ Nguyen Thi Doan ພົບປະກັບບັນດາຄອບຄົວກະສິກອນ ທຳການຜະລິດ​ເກັ່ງ - ảnh 1

(ພາບປະກອບ:hungyen.gov.vn)​

( vovworld ) – ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ນາງ ​​​​Nguyen Thi Doan ຮອງ​ປະທານ​ປະ​ເທດ​ຫວຽດນາມໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນລວມມີ 81 ຄອບຄົວ​ຊາວ​ກະສິກອນ ​ແລະ ສະຫະກອນ​ດີ​ເດັ່ນ​ເຂົ້າຮ່ວມ​ກອງ​ປະຊຸມ “ທົ່ງ​ນາ​​ແບບຢ່າງໃຫ່ຍ“ ຊື່​ງດຳ​ເນີນ​ໃນ​ວັນ​ທີ 18/7 ທີ່​ຈະ​ມາ​ເຖິງ​ຢູ່​ຮ່າ​ໂນ້ຍ. ທີ່​ການ​ຕ້ອນຮັບ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ຖື​ວ່າ: ຮູບ​ແບບ “ທົ່ງ​ນາ​​ແບບຢ່າງໃຫ່ຍ​“ ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ທີ່​ແທດ​ຈິງ, ຍ້ອນ​ມີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ນັກວິທະຍາສາດ, ນັກ​ຄຸ້ມ​ຄອງ, ນັກທຸລະກິດ ​ແລະ ຊາວ​ກະສິກອນ. ​ເມື່ອ​ໂອ້​ລົມ​ກັບ​ບັນດາ​ຜູ້​ແທນ,​ ທ່ານ​ນາງ​​​​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຢືນຢັນ​ວ່າ:

   “ປະຈຸ​ບັນ, ຄວາມ​ຮຽກຮ້ອງ​ຕ້ອງການ​ສຳລັບ​ກະສິກຳ, ຊາວ​ກະສິກອນ, ຊົນນະ​ບົດ ​ແມ່ນ​ຕ້ອງ​ຜະລິດ​ດ້ວຍ​ຂອບ​ຂະໜາດ​ໃຫ່ຍ, ມີ​ລັກສະນະ​ຜະລິດ​​ເປັນສິນຄ້າ, ດ້ວຍບັນດາ​ຄຸນຄ່າມີ​ລັກສະນະ​ທົ່ວ​ໂລກ ​ແລະ ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ໂລກ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນຕ້ອງ​ມີ​ການ​ພົວພັນ​ຢ່າງ​ສະໜິດ​ແໜ້ນ​ລະຫວ່າງນັກວິທະຍາສາດ, ນັກ​ຄຸ້ມ​ຄອງ, ນັກທຸລະກິດ ​ຕະຫຼອດ​ຮອດຊາວ​ກະສິກອນນຳ​ກັນ. ຢາກ​ຜະລິດ​ຂະໜາດໃຫ່ຍ ກ່ອນ​ອື່ນໝົດ​ຕ້ອງ​ໜູນ​ຊ່ວຍ​ຊາວ​ກະ​ສິກ​ອນ, ສັ່ງ​ຊື້​ສິນຄ້າ​ຂອງ​ຊາວ​ກະສິກອນ ​ເພື່ອ​ຂໍໃຫ້​ຊາວ​ກະສິກອນ​​ເປັນຫ່ວງ​ຕໍ່ເລື່ອງ​ສິນຄ້າຕົກ​ລາຄາ. ບັນດາ​ນັກ​ຄຸ້ມ​ຄອງ, ການ​ນຳ​ ຕ້ອງ​ວາງ​ແຜນ​ກຳນົດ​ຍຸດ​ທະ​ສາດ​ພັດທະນາ​ໃນ​ໂຄງການ​ທົ່ງ​ນາ​ຄຳ​ນີ້

 

 

ຂ່າວ/ບົດ​ອື່ນ