ທ່ານນາງ Nguyen Thi Kim Ngan ເຮັດວຽກຢູ່ແຂວງ Lam Dong

ທ່ານນາງ Nguyen Thi Kim Ngan ເຮັດວຽກຢູ່ແຂວງ Lam Dong - ảnh 1

ທ່ານ​ນາງ Nguyen Thi Kim Ngan

(ພາບ:tinngan.vn)

(VOV)- ຕອນ​ເຊົ້າວັນ​ທີ 2/11, ​​ຢູ່​ນະຄອນ Da Lat, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກໂດຍ​ທ່ານ​ນາງ Nguyen Thi Kim Ngan, ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ​ຊ່ງຫວຽດນາມ ນຳ​ໜ້າ ​ໄດ້​ເຮັດ​ວຽກ​ກັບ​ແຂວງ Lam Dong ກ່ຽວ​ກັບສະພາບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“. ພ້ອມ​ກັບ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4 ກ່ຽວ​ກັບ​ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ, ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ຢູ່ແຂວງ Lam Dong ​ໄດ້​ແຜ່​ຂະຫຍາຍ​ໃນ​ລະບົບ​ການ​ເມືອງ ​ແລະ ນຳ​ມາ​ເຊິ່ງບັນດາ​ໝາກຜົນ​ທີ່​ສຳຄັນ, ຍູ້​ສະພາບ​​ເສື່​ອມ​ທາດ​ເສຍ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມ ບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ພະນັກງານ, ສະມາຊິກ​ພັກໃຫ້​ຖອຍ​ໄປ, ປະກອບສ່ວນ​ສ້າງ​ຄວາມ​ເປັນ​ເອກະ​ພາບ​ກັນ​ໃນ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ ​ແລະ ພື້ນຖານ​ສຳຄັນ​ໃຫ້ແຂວງ Lam Dong ​ປະຕິບັດ​ບັນດາ​ຈຸດໝາຍ​ເສດຖະກິດ-​ສັງຄົມ​ຂອງ​ທ້ອງ​ຖິ່ນຢ່າງ​ມີ​ໄຊ. ທ່ານ​ນາງ Nguyen Thi Kim Ngan, ​ເລຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ​ຊ່ງຫວຽດນາມ ​ໃສ່​ໃຈ​ວ່າ: ແຂວງ Lam Dong ຕ້ອງ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ຊາບ​ຊືມ, ​ໂຄສະນາການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ​ ໃນ​ເຂດ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ກວດກາ, ຊຸກຍູ້​ການການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4.

 

 

 

ຂ່າວ/ບົດ​ອື່ນ