ທ່ານ​ນາງ​ Tong Thi Phong ຕ້ອນຮັບ​ຄະນະ​ຜູ້​ແທນ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​

ທ່ານ​ນາງ​ Tong Thi Phong ຕ້ອນຮັບ​ຄະນະ​ຜູ້​ແທນ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ - ảnh 1
(ພາບ:tongthiphong.net)

( vovworld ) – ​​ຕອນ​ບ່າຍ​ວັນ​ທີ 19/4, ຢູ່​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Tong Thi Phong ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ທີ່ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ແຂວງ Nghe An ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Tong Thi Phong ປາດ​ຖະໜາ​ວ່າ ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ຄອບຄົວ​ຜູ້​ມີ​ຄຸນງາມຄວາມດີ ຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ການ​ປະຕິວັດ​ອົງອາດ​ກ້າ​ແກ່ນ, ມູນ​ເຊື້ອ​ວິລະ​ຊົນ​ຂອງ​ບ້ານ​ເກີດ​ເມືອງ​ນອນ Nghe An, ສືບ​ຕໍ່​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ນັບ​ມື້​ນັບ​ຮັ່ງມີ​ເຂັ້ມ​ແຂງ, ລະດົມ​ກຳລັງໃຈ​ລູກ​ຫຼານ​ຮ່ຳຮຽນ​ກ້າວໜ້າ, ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ເນັ້ນໜັກ​ວ່າ ພັກ ​ແລະ ລັດ​ເວົ້າລວມ, ​ແຂວງ Nghe An ​ເວົ້າສະ​ເພາະ ຍາມ​ໃດ​ກໍ​ສະຫງວນ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ຕໍ່​ບັນດາ​ຄອບຄົວ​ໃນ​ເປົ້າໝາຍ​ນະ​ໂຍບາຍ. ​ແຂວງ Nghe An ​ໄດ້​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງດູ​ແລ, ລ້ຽງ​ດູ​ແມ່ຫວຽດນາມ ວິລະ​ຊົນ, ບັນດາ​ຄອບຄົວ​ໃນ​ເປົ້າໝາຍ​ນະ​ໂຍບາຍ, ​ແມ່ນ​ແຂວງທີ່​ເປັນ​ແບບຢ່າງ, ນຳ​ໜ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ສຳລັບຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ.

 

 

 

 

ຂ່າວ/ບົດ​ອື່ນ