ທ່ານນາງ ດັ້ງທິງັອກທິ້ງ ຜູ້ຮັກສາການປະທານປະເທດ ຕ້ອນຮັບຄະນະຜູ້ແທນຊາວກະສິກອນດີເດັ່ນ ປີ 2018

(VOVWORLD) -ວັນທີ 12 ຕຸລາ, ທີ່ການຕ້ອນຮັບຄະນະຜູ້ແທນຊາວກະສິກອນຜູ້ດີເດັ່ນ ໄດ້ຮັບການເຊີດຊູ ທີ່ລາຍການ “ຄວາມເອກອ້າງຊາວກະສິກອນຫວຽດນາມ ປີ 2018”
ທ່ານນາງ ດັ້ງທິງັອກທິ້ງ ຜູ້ຮັກສາການປະທານປະເທດ ຕ້ອນຮັບຄະນະຜູ້ແທນຊາວກະສິກອນດີເດັ່ນ ປີ 2018 - ảnh 1 ທ່ານນາງ ດັ້ງທິງັອກທິ້ງ ຜູ້ຮັກສາການປະທານປະເທດ ຕ້ອນຮັບຄະນະຜູ້ແທນຊາວກະສິກອນດີເດັ່ນ ປີ 2018

ເນື່ອງໃນໂອກາດສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງປະຊາຄົມຊາວກະສິກອນຫວຽດນາມ (ວັນທີີ 14 ຕຸລາ 1930 – 14 ຕຸລາ 2018),  ທ່ານນາງ ດັ້ງທິງັອກທິງ ຜູ້ຮັກສາການປະທານປະເທດຫວຽດນາມ ໄດ້ ໄດ້ຍ້ອງຍໍເຊົມເຊີຍປະຊາຄົມຊາວກະສິກອນຫວຽດນາມ ໄລຍະຜ່ານມາ ເຊິ່ງມີການເຄື່ອນໄຫວ, ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.  ທ່ານນາງ ດັ້ງທິງັອກທິ້ງ ໃສ່ໃຈວ່າ ປີ 2018 ແມ່ນປີສະເຫຼີມສະຫຼອງ 70 ປີ ແຫ່ງວັນ ປະທານໂຮ່ຈີມິນ ອອກຄໍາຮຽກຮ້ອງແຂ່ງຂັນຮັກຊາດ, ປະຊາຄົມຊາວກະສິກອນ ຫວຽດນາມ ຕ້ອງເອົາໃຈໃສ່ເປັນພິເສດເຖິງການຍູ້ແຮງຂະບວນການແຂ່ງຂັນຢ່າງແຮງກວ່າ, ມີຄວາມແຜ່ຂະຫຍາຍຫຼາຍກວ່າ ແລະ ບັນລຸປະສິດທິຜົນສູງກວ່າເກົ່າ. ພ້ອມກັນນັ້ນ,  ປະຊາຄົມຊາວກະສິກອນ ຫວຽດນາມ ຕ້ອງແມ່ນກໍາລັງຫຼັກແຫຼ່ງ ໃນການເບິ່ງແຍງຊີວິດການເປັນຢູ່ບັດດາເປົ້າໝາຍນະໂຍບາຍ, ຄອບຄົວມີຄຸນງາມຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກ ແລະ ເອົາໃສ່ເຖິງການຍົກສູງຄຸນນະພາບຊີວິດທາງດ້ານຈິດໃຈຂອງຊາວກະສິກອນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ