ທ່ານນາງ ປອ ຫງວຽນທິອຽນລຽນ ລອດເຂົ້າຮອບຊິງຊະນະເລີດແຂ່ງຂັນ ອາຊຽນ - ອາເມລິກາ ສະຫງວນໃຫ້ນັກວິທະຍາສາດຍິງ

(VOVWORLD) - ໃນລາງວັນສະຫງວນສະເພາະໃຫ້ບັນດານັກວິທະຍາສາດອາຍຸຕ່ຳກວ່າ 45 ປີ

        ວັນທີ 10 ກໍລະກົດ, ຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ອາຊຽນ (ASEAN COSTI) ພ້ອມກັບລັດຖະບານ ອາເມລິກາ ຜ່ານອົງການພັດທະນາສາກົນ ອາເມລິກາ (USAID) ແລະ ຫ້ອງທົດລອງ Underwriters (UL), ໄດ້ປະກາດ 12 ຄົນທີ່ລອດເຂົ້າຮອບຊິງຊະນະເລີດລາງວັນ ອາຊຽນ - ອາເມລິກາ ທີ່ສະຫງວນໃຫ້ບັນດານັກວິທະຍາສາດຍິງປີ 2023. ໃນລາງວັນສະຫງວນສະເພາະໃຫ້ບັນດານັກວິທະຍາສາດອາຍຸຕ່ຳກວ່າ 45 ປີ, ທ່ານນາງ ປອ ຫງວຽນທິອຽນລຽນ, ຕາງໜ້າໃຫ້ແກ່ ຫວຽດນາມ, ໄດ້ລອດເຂົ້າຮອບຊິງຊະນະເລີດ ພ້ອມກັບຜູ້ຕາງໜ້າທີ່ມາຈາກ ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ ແລະ ສິງກະໂປ.

        ດ້ວຍຫົວເລື່ອງ ຫັນເປັນໄຟຟ້າ, ລາງວັນປີນີ້ແມ່ນເພື່ອເຊີດຊູບັນດານັກວິທະຍາສາດຍິງຢູ່ ອາຊຽນ ທີ່ພວມມານະພະຍາຍາມແກ້ໄຂບັນຫາການປ່ຽນແປງຂອງດິນຟ້າອາກາດ ຜ່ານການຄົ້ນຄວ້າກ່ຽວກັບເຕັກໂນໂລຊີພະລັງງານສະອາດ, ເຄືອຂ່າຍໄຟຟ້າອັດສະລິຍະ, ລົດໄຟຟ້າ ກໍຄືບັນດາຜະລິດຕະພັນ ແລະ ວິທີການນຳໃຊ້ພະລັງງານຢ່າງມີປະສິດທິຜົນ.

        ການແຂ່ງຂັນນີ້ໄດ້ປຸກລະດົມໃນເດືອນ ມີນາ ຜ່ານມາ. ຄາດວ່າ, ບັນຊີລາຍຊື່ຜູ້ໄດ້ຮັບລາງວັນຈະໄດ້ປະກາດໃນເດືອນ ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ