ທ່ານນາງ ປະທານສະພາແຫ່ງຊາດ ຫວຽນທິກີມເງິນ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ຟີຈີ

(VOVWORLD) - ໃນຂອບເຂດບັນດາການຄື່ອນໄຫວພົບປະສອງຝ່າຍທີ່ກອງປະຊຸມປະຈຳປີຄັ້ງທີ 26 ຂອງ ເວທີປາໄສລັດຖະສະພາອາຊີ - ປາຊີຟີກ (APPF – 26),
ທ່ານນາງ ປະທານສະພາແຫ່ງຊາດ ຫວຽນທິກີມເງິນ ຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ຟີຈີ - ảnh 1 ທ່ານນາງ ຫງວຽນທິກີມເງິນ ໄດ້ຕ້ອນຮັບທ່ານນາງ Jiko Fatafehi Luveni

ໃນວັນທີ 17 ມັງກອນ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານ APPF – 26, ໄດ້ຕ້ອນຮັບທ່ານນາງ Jiko Fatafehi Luveni, ປະທານສະພາແຫ່ງຊາດ ຟີຈີ.

        ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນໜັກວ່າການເຂົ້າຮ່ວມຂອງຄະນະຜູ້ແທນແມ່ນການສະໜັບສະໜູນສຳລັບສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເຫດການສຳຄັນນີ້.

        ອວຍພອນຟີຈີ ໄດ້ຈັດຕັ້ງກອງປະຊຸມ APPF ຄັ້ງທີ 25 ສຳເລັດຜົນ, ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນໃນບັນດາຂົງເຂດເຊິ່ງ ຫວຽດນາມ ມີຄວາມສາມາດ, ພ້ອມທັງສະເໜີສອງຝ່າຍຕັ້ງໜ້າພົບປະ, ແລກປ່ຽນເພື່ອຊຸກຍູ້ການພົວພັນຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

        ສ່ວນທ່ານນາງ ສະພາແຫ່ງຊາດ ຟີຈີ Jiko Fatafehi Luveni ຕີລາຄາສູງຫົວຂໍ້ຂອງກອງປະຊຸມຄັ້ງນີ້, ຢືນຢັນວ່າຈະສົ່ງເສີມບັນດາຜູ້ແທນເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ.

ຕອບກັບ

ຂ່າວ/ບົດ​ອື່ນ