ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ ມາ​ຣົກ

(VOVWORLD) -    ຫວຽດນາມ ເປັນຕະຫຼາດດ້ວຍຈຳນວນພົນລະເມືອງປະມານ 90 ລ້ານຄົນ, ພ້ອມແລ້ວທີ່ເປັນປະຕູເຂົ້າເຂົ້າສູ່ຕະຫຼາດ ອາຊຽນໃຫ້ແກ່ມາຣົກ.
ທ່ານ​ນາງ​ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາ​ຊະ​ອາ​ນາ​ຈັກ​ ມາ​ຣົກ - ảnh 1ທານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ Saadeddine Othmani ນາຍົກລັດຖະມົນຕີ ມາຣົກ.

ຕອນບ່າຍວັນທີ 28 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ຣາບັດ, ລາຊະອານາຈັກ ມາຣົກ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານ Saadeddine Othmani ນາຍົກລັດຖະມົນຕີ ມາຣົກ.

        ທ່ານ Saadeddine Othmani ໄດ້ແບ່ງປັນວ່າ ຢູ່ ອາຟຼິກາ, ມາຣົກ ນັບມື້ນັບມີບົດບາດສຳຄັນ, ມີຍຸດທະສາດລົງທຶນເຂົ້າໃນບັນດາປະເທດຢູ່ ອາຟຼິກາ ຫຼາຍກ່ວາອີກ. ເພາະສະນັ້ນ ມາຣົກ ພ້ອມແລ້ວທີ່ເປັນປະຕູທີ່ດີເພື່ອໃຫ້ສິນຄ້າ ຂອງຫວຽດນາມ ແລະ ບັນດາປະເທດຕ່າງໆເຂົ້າເຖິງຕະຫຼາດ ອາຟຼິກາ. ຈາກນັ້ນ, ທ່ານນາຍົກລັດຖະມົນຕີຖືວ່າ ສອງປະເທດຄວນສືບຕໍ່ມານະພະຍາຍາມໃຫ້ຫຼາຍກ່ວາອີກເພື່ອເພີ່ມທະວີການຮ່ວມມືດ້ານເສດຖະກິດ, ຄວນກວດກາຄືນເພື່ອສືບຕໍ່ລົງນາມໃນບັນດາສັນຍາທີ່ຍັງຂາດ. ຄຽງຄູ່ກັນນັ້ນ, ປະຊາຄົມວິສາຫະກິດສອງປະເທດຄວນເຊື່ອມຕໍ່ຢ່າງແຮງກ່ວາອີກເພື່ອຊອກຫາກາລະໂອກາດການລົງທຶນ ແລະ ດຳເນີນທຸລະກິດ.

        ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານ ກັບບັນດາ ປະເທດ ອາຟຼິກາ, ໃນນັ້ນມີມາຣົກ ຊຶ່ງເປັນຄູ່ຮວມມືບຸລິມະສິດຢູ່ເຂດອາຟຼິກາເໜືອ. ທານປະທານສະພາແຫ່ງຊາດໃຫ້ຮູ້ຕື່ມວ່າຢູ່ ມາຣົກ ໄດ້ສ້າງຕັ້ງສະມາຄົມມິດຕະພາບມາຣົກ - ຫວຽດນາມ, ຫຼັງຈາກທີ່ກັບຄືນປະເທດແລ້ວ ຈະຊຸກຍູ້ການສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ມາຣົກ ເພື່ອເພີ່ມທະວີຊ່ອງທາງພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ທ່ານນາງປະທານສະພາແຫ່ງຊາດກໍ່ແບງປັນວ່າ ຫວຽດນາມ ເປັນຕະຫຼາດດ້ວຍຈຳນວນພົນລະເມືອງປະມານ 90 ລ້ານຄົນ, ພ້ອມແລ້ວທີ່ເປັນປະຕູເຂົ້າເຂົ້າສູ່ຕະຫຼາດ ອາຊຽນໃຫ້ແກ່ມາຣົກ.

          ກໍ່ໃນຕອນບ່າຍວັນ 28 ມີນາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Elktiki Mustapha  ປະທານ ສະມາຄົມມິດຕະພາບ ມາຣົກ - ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມປາດຖະໜາຢາກປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືກັບລັດ ແລະ ປະຊາຊົນ ມາຣົກ, ເພື່ອຜົນປະໂຫຍດອັນແທດຈິງ ແລະ ຄວາມຈະເລີນຮຸ່ງເຮືອງຂອງທັງສອງປະເທດ, ສອງຊາດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

        ສ່ວນທ່ານ Elktiki Mustapha  ປະທານ ສະມາຄົມມິດຕະພາບ ມາຣົກ - ຫວຽດນາມໄດ້ປາດຖະໜາວ່າ ຫວຽດນາມຈະຈັດຕັ້ງສະມາຄົມມິດຕະພາບ ຫວຽດນາມ - ມາຣົກໂດຍໄວເພື່ອໃຫ້ສອງຝ່າຍສົບທົບກັນເຄື່ອນໄຫວ, ມີຄວາມຜູກມັດກັນຢ່າງແໜ້ນແຟ້ນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະລະຫວ່າງປະຊາຊົນ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ